ມາຮອດປະຈຸບັນນີ້ ລັດຖະບານໄດ້ກຳນົດ ດຳລັດ ສະບັບເລກທີ 348/ລບ ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ຊຶ່ງເປັນມາດຕະຖານໃໝ່ ເພື່ອວັດແທກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເງື່ອນໄຂສະພາບແວດລ້ອມທັງພາຍໃນ ແລະ ສາກົນ ທີ່ພວມສຸມໃສ່ພັດທະນາ ທັງເປັນເນື້ອໃນສຳຄັນ ໃນການຊີ້ນຳ-ນຳພາ ຂອງຄະນະພັກ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນ ນະບົດ ຊົນແລະ ລຶບລ້າງຄວາມທຸກຍາກ.
ສະນັ້ນ, ໃນຕອນເຊົ້າຂອງວັນທີ 5 ມີຖຸນາ 2018 ນີ້ ຢູ່ທີ່ສຳນັກງານປົກຄອງເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຝິກອົບຮົມເຮັດທົດລອງການລົງເກັບກຳຂໍ້ມູນ ການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານບ້ານພັດທະນາ ຕາມດຳລັດ 348/ລບ ຂື້ນໂດຍມີບັນດາການນຳກະຊວງກະສິກຳ ແລະ ປ່າໄມ້, ການນຳຂອງແຂວງ ມີບັນເຈົ້າເມືອງ 11 ເມືອງ, ຫົວຫນ້າພະແນກ ແລະ ຫົວຫນ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໃນວາລະກອງປະຊຸມຄັ້ງນີ້ໄດ້ຮັບຟັງການເຜີຍແຜ່ດໍາລັດ 348/ລບ ເປັນການສືບຕໍ່ຕີລາຄາຄວາມຮັບຜິດຊອບການເມືອງ ແລະ ຕີລາຄາຄວາມຄືບໜ້າ ໃນການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ; ມາດຕະຖານ ທີ່ນອນໃນດຳລັດ ສະບັບນີ້ ເປັນຕົວວັດແທກ ແລະ ເປັນເຄື່ອງມືປະສານສົມທົບກັບບັນດາຂະແໜງການ ໃນການສ້າງບ້ານພັດທະນາ ໃຫ້ເປັນເອກະພາບ ແລະ ໄປລວງດຽວກັນ; ດຳລັດ ໄດ້ສະແດງເຖິງການຍົກຄຸນນະພາບທາງດ້ານສະຫວັດດີພາບຂອງປະຊາຊົນ ຕາມມາດຕະຖານສາກົນ; ດຳລັດ ດັ່ງກ່າວເປັນການກຳນົດເປົ້າໝາຍຄວາມທຸກຍາກ ແລ້ວສ້າງເປັນແຜນການ, ໂຄງການລະອຽດ ທີ່ເປັນຮູບປະທຳ ລວມທັງກຳນົດໜ້າວຽກອັນລະອຽດ ຂອງການລົງແກ້ໄຂຄວາມທຸກຍາກ; ເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນຮາກຖານ ແລະ ປະຊາຊົນຕື່ນຕົວເປັນເຈົ້າການໃນການພັດທະນາ ຕາມທິດ 3 ສ້າງ.
ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII 2016-2020 ແລະ ການຈັດຕັ້ງປະຕິບັດ 3 ເສົາຄໍ້າ ຂອງກະຊວງກະສິກໍາ ແລະ ປ່າໄມ້, 4 ແຜນງານ ແລະ 10 ແຜນດຳເນີນງານ ຂອງຂົງເຂດກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຈັດຊຸດຝຶກອົບຮົມ ແລະ ລົງທົດລອງເກັບກຳຂໍ້ມູນ ການປະເມີນ ມາດຕະຖານການພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ແລະ ລົງທົດລອງການເກັບກຳຂໍ້ມູນຢູ່ ບ້ານບວມເລົາ-ຜາແກ້ວ ຊຶ່ງຈະໃຊ້ເວລາທັງໝົດ 4 ວັນ ເລີ່ມແຕ່ ວັນທີ 5-9 ມິຖຸນາ 2018.
Editor: ເມືອງປາກລາຍ