ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມເຟີນີເຈີລາວ ແລະ ສູນການຄ້າລາວ-ໄອເຕັກ ກຽມເປີດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 ທີ່ສູນການຄ້າລາວ-ໄອເຕັກ ໃນລະຫວ່າງວັນທີ 7-15 ກໍລະກົດທີ່ຈະມາເຖິງ. ໂດຍຈະມີຜະລິດຕະພັນເຄື່ອງເຮືອນ ຫລາຍຊະນິດເຂົ້າຮ່ວມວາງສະແດງເປັນຕົ້ນ ຜະລິດຕະພັນເຄື່ອງເຟີນີເຈີ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫລືອຕ່າງໆ ທີ່ແປຮູບມາເປັນເຟີນີເຈີ, ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫລັກຕ່າງໆ, ເຄື່ອງປະດັບຕົບແຕ່ງ ແລະ ເອ້ຍ້ອງ ພາຍໃນເຮືອນ, ອຸປະກອນປະກອບ ແລະ ຮັບໃຊ້, ເຄື່ອງມື ແລະ ເຄື່ອງຈັກຕ່າງໆທີ່ກ່ຽວກັບຜະລິດຕະພັນເຄື່ອງເຟີນີເຈີ
ຊຶ່ງໃນວັນທີ 6 ມິຖຸນາ 2018 ນີ້, ຢູ່ ສະພາການຄ້າ ໄດ້ມີພິທີຖະແຫລງຂ່າວ ເພື່ອກຽມເປີດງານວາງສະ ແດງດັ່ງກ່າວ ໂດຍ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາ ຄົມເຟີນີເຈີລາວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານແມ່ນ ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ 2018, ທັງເປັນການອະນຸລັກຮັກສາປ່າໄມ້, ການນຳ ໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງໂດຍການປຸງແຕ່ງ ໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫລາກຫລາຍຜະລິດຕະພັນ ຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ ດ້ວຍການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມ ໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນພາບ ແລະ ລາຄາສູງ ກົງກັບຄວາມຕ້ອງການຂອງລູກຄ້າ ແລະ ຕະຫລາດ ເຮັດໃຫ້ສາມາດສົ່ງອອກຕ່່າງປະເທດໄດ້. ພ້ອມນີ້ ຍັງເປັນການສົ່ງເສີມການຈັດງານວາງສະແດງສິນຄ້າ ເຟີນີເຈີໃຫ້ໂດດເດັ່ນ, ມີຊື່ສຽງ, ເປັນທີ່ຮູ້ຈັກ ແລະ ທັງເປັນການດຶງດູດເອົາລູກຄ້າເຂົ້າມາຊື້-ຂາຍສິນຄ້າເຟີນີເຈີໃນ ສປປ ລາວ ໃຫ້ຫລາຍຂຶ້ນ; ທັງເສີມສ້າງຄວາມເຂັ້ມແຂງ ໃຫ້ກັບສີໄມ້ລາຍມືຂອງຄົນລາວເຮົາ ແລະ ຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວ ໃຫ້ຂະຫຍາຍຕົວ ແລະ ສາມາດເຂົ້າສູ່ຕະຫລາດພາກພື້ນ ແລະ ສາກົນໄດ້ໃນອານາຄົດ.
ງານວາງສະແດງຄັ້ງນີ້, ຈະມີຫ້ອງວ່າງສະແດງເຖິງ 400 ຫ້ອງ, ເຊິ່ງຄາດຄະເນວ່າຈະມີການຈໍລະຈອນ ຊື້-ຂາຍສິນຄ້າພາຍໃນງານ ເລີ່ມແຕ່ມື້ເປີດງານຈົນຮອດປິດງານ ມູນຄ່າປະມານ 4,5 ຕື້ກີບ ແລະ ອາດຈະມີຜູ້ເຂົ້າຊົມພາຍໃນງານປະມານ 250.000 ຄົນ.
Editor: ຕະວັນ ແສງສະຫວັນ