ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມວິຊາການຮ່ວມ ໃນການກະກຽມການເຈລະຈາ ຄັ້ງທີ II ຂອງແຜນງານ ການຈັດຕັງປະຕິບັດກົດຫມາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ ແບບສະຫມັກໃຈ ລະຫວ່າງ ສປປ ລາວ ແລະ ສະພາບ ເອີລົບ ຊຶ່ງກອງປະຊຸມຈັດຂື້ນໃນລະຫວ່າງ ວັນທີ 4-5 ມິຖຸນາ 2018 ຜ່ານມາ ທີ່ນະຄອນຫລວງວຽງຈັນ. ສະນັນ, ໃນວັນທີ 6 ມິຖຸນາ 2018 ຄະນະທູດ ອີຢູ ເຊິ່ງປະກອບດ້ວຍ ບັນປະເທດອ້ອມຂ້າງ ອີຢູ ເຊັ່ນ: ເຢຍລະມັນ, ເບວຢ້ຽມ, ສະວີເດັນ, ອອ໋ດເຕຣຍ ລຸກຊໍາບວກ ແລະ ເນເທີແລນ ໄດ້ເດີ່ນທາງໄດ້ຢ້ຽມຢາມສວນກ້າເບ້ຍໄມ້ວິກ, ກະຖິ່ນນະລົງ ແລະ ໄມ້ສັກ ແລະ ໂຮງງານເຟີນິເຈີໄມ້ ຂອງບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈຳກັດ ຢູ່ບ້ານແສນອຸດົມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເຊິ່ງຖືກຕ້ອນຮັບ ແລະ ຮັບຟັງການລາຍປະຫວັດດຄວາມເປັນມາ ຈາກທ່ານ ມາຕິນ ຟໍແຊນ ອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ພ້ອມດ້ວຍທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຮອງອໍານວຍການບໍລິສັດ ບົວລະພາ ແລະ ຄະນະ.
ປະຈຸບັນ, ສ່ວນກ້າເບ້ຍໄມ້ວິກ ຂອງ ບໍລິສັດ ບົວລະພາ ມີຄວາມອາດສາມາດກກ້າເບ້ຍໄດ້ ປະມານ 2 ລ້ານ 5 ແສນເບ້ຍ ແລະ ໄດ້ປູກໄມ້ໄປແລ້ວ 4 ພັນເຮັກຕາ ຢູ່ 3 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ໃນນັ້ນມີ: ໄມ້ວີກ, ໄມ້ກະຖີນນະລົງ ແລະ ໄມ້ສັກຈໍານວນໜຶ່ງ. ປັດຈຸບັນ ບໍລິສັດ ມີໄມ້ປ້ອນໂຮງງານເຟີນີເຈີ ຢ່າງພຽງພໍ ແລະ ໃນໄວໆນີ້ ບໍລິສັດກໍ່ມີແຜນຈະສ້າງຕັ້ງໂຮງງານໄມ້ຝານ, ໄມ້ອັດ ທີ່ມີຂະຫນາດໃຫຍ່ ຢູ່ທີ່ເມືອງຫີນເຫີບ, ແຂວງວຽງຈັນ. ການດໍາເນີນທຸລະກິດຂອງບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ແມ່ນກ່ຽວຂ້ອງກັບການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖີ່ນ ຊຶ່ງສ່ວນຫນຶ່ງຈະເຮັດໃຫ້ປະຊາຊົນມີວຽກເຮັດງານທຳຈາກການເຂົ້າຮ່ວມໂຄງການ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ຫມັ່ນຄົງ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
Editor: ຕະວັນ ແສງສະຫວັນ