ໃນວັນທີ 7 ມິຖຸນາ 2018 ນີ້ ຢູ່ທີ່ຫໍໍປະຊຸມແຫ່ງຊາດ ໄດ້ຈັດໃຫ້ມີພິທີເປີດງານວາງສະແດງສິນຄ້າ ວັດສະດຸກໍ່ສ້າງ ໂຮງແຮມ, ຮ້ານອາຫານ ແລະ ພາຫະນະ ຊຶ່ງຈັດໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຮ່ວມກັບ ສະມາຄົມນັກສະຖາປານິກ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ໂດຍການເປັນປະທານຂອງ ທ່ານ ອຸ່ນທ່ວງ ຂ່າວພັນ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ປະທານສະມາຄົມ ສະຖາປານິກ ວິສະວະກອນໂຍທາ ແຫ່ງຊາດລາວ, ຮອງປະທານສະມາຄົມໂຮງແຮງ ແລະ ຮ້ານອາຫານ ແຫ່ງຊາດລາວ ພ້ອມດ້ວຍຫົວຫນ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ກ່າວວ່າ : ງານຄັ້ງນີ້ ກໍ່ເປັນງານໜຶ່ງ ທີ່ເຮັດໃຫ້ຜູ້ປະກອບການລາວ ມີການພົບປະແລກປ່ຽນການຊື້-ຂາຍ ກັບຜູ້ຜະລິດໂດຍກົງ. ແຕ່ກ່ອນຜູ້ປະກອບການໃນລາວ ຈະບໍ່ສາມາດຊື້ວັນຖຸອຸປະກອນຈາກຜູ້ຜະລິດໂດຍກົງໄດ້ ເຊິ່ງຈະເຮັດໃຫ້ມີຕົ້ນທືນທີ່ສູງຫຼາຍ ແລະ ຕອນນີ້ ກໍ່ເປັນໂອກາດໜຶ່ງຂອງຜູ້ປະກອບການໃນລາວ ທີ່ມີຄວາມສາມາດປຶກສາຫາລືຊື້-ຂາຍ ເປັນຕົວແທນຈຳໜ່າຍ ຜະລິດຕະພັນໂດຍກົງໄປສູ່ປະເທດທີ່ບໍ່ມີສິນຄ້າ.
ໃນງານຄັ້ງນີ້ປະກອບມີ 12 ປະເທດເຂົ້າຮ່ວມ ລວມມີ 150 ກວ່າຫ້ອງສະແດງ ທີ່ເປັນຜະລິດຕະພັນລະດັບໂລກ ຫຼາຍກວ່າ 200 ລາຍການ ບໍ່ວ່າຈະເປັນຂະແໜງການກໍ່ສ້າງ, ໂຮງແຮມ, ອາຫານ, ເຄື່ອງດື່ມ ແລະອຸດສາຫະກຳລົດຍົນ ຄ່ຽງຄູ່ກັນນັ້ນ ທ່ານຈະພົບປະໂອ້ລົມໂດຍກົງກັບບັນດາບໍລິສັດ, ນັກທຸລະກິດ ທີ່ມີຊື່ສຽງ ຊົມການແຂ່ງຂັນເຮັດອາຫານ ແລະ ການບໍລິການ. ພາຍໃນງານຈະໄດ້ພົບກັບການໂຊສີມືໃນການເຮັດອາຫານຂອງພໍ່ຄົວ, ແມ່ຄົວຊັ້ນນໍາ ເຊິ່ງລວມມີ 6 ປະເພດ ການແຂ່ງຂັນເຮັດອາຫານ, ປຸງເຫຼົ້າ, ເຮັດເຂົ້າໜົມ, ຊົງກາເຟ, ການປູຕຽງ ແລະ ການຈັດໂຕະ ແລະ ຈະມີການຈັບສະຫຼາກຊິງໂຊກຫາຜູ້ໂຊກດີ ຫຼາຍກວ່າ 30 ລາງວັນ - ຂອງລາງວັນລວມມີ ທີ່ພັກໂຮງແຮມ 5 ດາວ, ສະປາຟຣີ, ໃບອາຫານ ແລະ ເຄື່ອງດື່ມຟຣີ ແລະ ອີກຫຼາກຫຼາຍລາຍການ.
Editor: ຕະວັນ ແສງສະຫວັນ