"ປິດຄິວລົດສາຍໃຕ້ຫລັງເກົ່າ ກຽມເປີດຄິວສາຍໃຕ້ແຫ່ງໃໝ່ໃຫຍ່ກວ່າເກົ່າ 1 ກັນຍານີ້"
ເນື່ອງຈາກສະພາບ ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ ດ້ານການຄົມມະນາຄົມຂົນສົ່ງ ກໍ່ໄດ້ຮັບການພັດທະນາເປັນກ້າວໆ. ເພື່ອເປັນການຫລີກເວັ້ນບັນຫາການສັນຈອນແອອັດ ໃນສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ແລະ ຕ່າງປະເທດແຫ່ງເກົ່າ ພ້ອມຫວັງຈະສ້າງຄວາມສະດວກໃຫ້ແກ່ປະຊາຊົນຜູ້ໂດຍສານຫຼາຍຂຶ້ນ.
ທ່ານ ວັນເພັນ ສີສຸກ ຮອງອຳນວຍການສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ແລະ ສາຍຕ່າງປະເທດ ເຜີຍວ່າ: ໂຄງການກໍ່ສ້າງສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ແລະ ສາຍຕ່າງປະເທດແຫ່ງໃໝ່ ໄດ້ລົງມືກໍ່ສ້າງມາເປັນເວລາ 2 ປີກວ່າແລ້ວ ປະຈຸບັນສຳເລັດ 95% ມູນຄ່າການກໍ່ສ້າງ 50 ຕື້ກວ່າກີບ. ໂດຍເປັນໂຄງການສຳປະທານເນື້ອທີ່ 3 ກວ່າເຮັກຕາ, ອາຍຸການສຳປະທານແມ່ນ 40 ປີ ສາມາດຕໍ່ຕື່ມສັນຍາໄດ້ເທື່ອລະ 5 ປີ. ຊຶ່ງໂຄງສ້າງໄດ້ອອກແບບທັນສະໄໝ ແລະ ໃຫຍ່ກວ່າເກົ່າ, ມີລະບົບຮັກສາຄວາມປອດໄພໂດຍຜ່ານປະຕູດຽວ, ອາຄານເປັນຕຶກ 2 ຊັ້ນຄື ຊັ້ນທີ 1 ແມ່ນປະກອບມີບ່ອນຂາຍປີ້ລົດຂອງບັນດາບໍລິສັດ, ຮ້ານມິນີມາກ ແລະ ຮ້ານຂາຍເຄື່ອງກິນຕ່າງໆ, ສ່ວນຊັ້ນທີ 2 ແມ່ນເປັນຫ້ອງການ.
ສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ແລະ ຕ່າງປະເທດແຫ່ງໃຫມ່ແມ່ນຕັ້ງຢູ່ບ້ານສະພັງເມິກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍຫ່າງຈາກສະຖານີເກົ່າທີ່ຕັ້ງຢູ່ບ້ານຊ້າງຄູ່ ໄປທາງເສັ້ນທາງ 450 ປີ ປະມານ 700 ແມັດ, ສະຖານີແຫ່ງໃໝ່ ຈະສາມາດສ້າງຄວາມສະດວກສະບາຍແກ່ຜູ້ໂດຍສານ ສາມາດຫຼຸດຜ່ອນຄວາມແອອັດຈາກເມື່ອກ່ອນໄດ້ຢ່າງຊິ້ນເຊີງ, ສາມາດຮອງຮັບລົດເມໄດ້ 100 ກວ່າຄັນ. ສ່ວນລົດທີ່ມາສົ່ງຜູ້ໂດຍສານຮັບໄດ້ ປະມານ 120 ຄັນ ຢູ່ດ້ານໜ້າຂອງສະຖານີ. ທັງນີ້ ສະຖານີແຫ່ງເກົ່າ ແມ່ນຈະໄດ້ປິດການໃຫ້ບໍລິການແຕ່ວັນທີ 31 ສິງຫາ 2016 ເປັນຕົ້ນໄປ ສ່ວນສະຖານີຂົນສົ່ງຜູ້ໂດຍສານແຫ່ງໃໝ່ ແມ່ນຈະເປີດໃຫ້ບໍລິການຢ່າງເປັນທາງການໃນ ວັນທີ 1 ກັນຍາ 2016 ນີ້, ຊຶ່ງວ່າລາຄາຄ່າຜູ້ໂດຍສານທີ່ໃຊ້ບໍລິການແມ່ນ ຍັງຢູ່ລະດັບເກົ່າບໍ່ມີຂຶ້ນ ແລະ ບໍ່ມີລົງ.