ເມື່ອທ້າຍອາທິດຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ງອຍ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ Vl ຂອງໜ່ວຍກໍາມະບານ ອຸດສະຫະກໍາ ແລະ ການຄ້າ. ໂດຍການເຂົ້າຮ່ວມທ່ານ ຄຳດີ ຈິດຕະປັນຍາ ປະທານແນວລາວສ້າງຊາດເມືອງ, ມີທ່ານ ບຸນທ່ຽງ ມະໄລພົງ ວ່າການປະທານສະຫະພັນກໍາມະບານເມືອງງອຍ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານພາຍໃນໜ່ວຍເຂົ້າຮ່ວມ.
ທ່ານ ທອງຄູນ ສິດຕະພົງ ເລຂາໜ່ວຍໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວ ຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານຕ່າງໆໃນໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການ 3 ປີຕໍ່ໜ້າ. ໜ່ວຍອຸດສະຫະກໍາ ແລະ ການຄ້າ ປະກອບມີ 3 ຫ້ອງການທີ່ຂຶ້ນກັບ ເຊັ່ນ: ຫ້ອງການແຜນການ ແລະ ການລົງທຶນ, ຫ້ອງການອຸດສະຫະກໍາ ແລະ ການຄ້າ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມີສະມາຊິກກໍາມະບານ ທັງໝົດ 22 ສະຫາຍ ຍິງ 7 ສະຫາຍ. ໃນໂອກາດດັ່ງກ່າວຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ມີຜູ້ສະເຂົ້າໝັກ ທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ ແລະ ໄດ້ເລືອກເອົາ ທ່ານ ບຸນຈອນ ແພງລື, ເປັນເລຂາຊີ້ນໍາລວມ ລົງເລິກວຽກງານດ້ານການເມືອງແນວຄິດ ການຈັດຕັ້ງ ແລະ ນະໂຍບາຍຕ່າງໆ, ທ່ານ ມໍ່ ເລົ່າ, ຮອງເລຂາ ຮັບຜິດຊອບວຽກງານກວດກາເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ທ່ານ ນາງ ສຸດາພອນ ໝັ້ນຄົງ, ເປັນຄະນະຮັບຜິດຊອບວຽກງານຄຸ້ມຄອງເງິນສະຖິຕິ, ເງິນກອງທຶນ ແລະ ລາຍຮັບລາຍຈ່າຍອື່ນໆ.
Editor: ນັກຂ່າວເມືອງງອຍ