ໃນວັນທີ 1 ມິຖຸນາ 2018 ຜ່ານມານີ້ ສໍານັກງານປົກຄອງ ເມືອງ ຊະນະຄາມ, ແຂວງວຽງຈັນ ໄດ້ຈັດກິດຈະກຳ ປູກຕົ້ນໄມ້ ກິນໝາກ ແລະ ໄມ້ປະດັບ ໂດຍການນຳໜ້າພາທາງຂອງ ທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງຊະນະຄາມ ພ້ອມດ້ວຍຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ່ອງການ ມີພະນັກງານ ທະຫານ ຕໍ່າຫຼວດ ອົງການປົກປ້ອງກົດໝາຍ ລັດວິສາຫະກິດ ຢູ່ພາຍໃນເມືອງ ໄດ້ເປັນກຽດເຂົ້າຮອ່ມຢ່າງຫຼວງຫຼາຍ.
ພາຍໃນກິດຈະກໍຳໄດ້ມີການປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ເປັນຕົ້ນ ແມ່ນ ຕົ້ນຈໍາປາ, ໄມ້ໝາກຝາງ,ໄມ້ຄູນ, ຕົ້ນກະເລົາ, ຕົ້ນໄຮຢ່ອນ, ຕົ້ນໝາກມ່ວງ, ໝາກລຳໄຍ, ໝາກລິ້ນຈີ່ ເຊິ່ງໄດ້ປູກຕາມສໍານັກງານປົກຄອງເມືອງ, ຕາມຖະໜົນຫົນທາງຕາມຕົວເມືອງ, ແຄມຂອງ, ເດີ່ນສາທາລະນະ ພ້ອມນີ້ ໃນກິດຈະກຳຍັງໄດ້ມີການ ກໍ່ໜານດອກໄມ້ປະດັບ, ທີ່ເທເບຕົງ ພ້ອມທັງປູກຕົ້ນດອກໄມ້ປະດັບໃສ່ດ້ວຍຄວາມສວຍສົດງົດງາມ ທັງນີ້ ກໍ່ເພື່ອເປັນການສ້າງກິດຈະກຳໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ,ຟົດຟື້ນ ແລະ ທັງເປັນການສ້າງຕົວເມືອງຊະນະຄາມ ໃຫ້ກາຍເປັນຕົວເມືອງສີຂຽວທີ່ເຕັມໄປດ້ວຍ ຕົ້ນໄມ້ປະດັບ ຕົ້ນໄມ້ກິນໝາກ ແລະ ຕິດພັນກັບການ ທ່ອງທ່ຽວທາງທຳມະຊາດ ໃຫ້ສົມຄູ່ກັບການເປີດປີທ່ອງທ່ຽງ 2018 ເພື່ອດຶງດູກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທຳ ພ້ອມທັງສ້າງລາຍຮັບ ໃຫ້ພໍ່ແມ່ປະຊາຊົນ ພາຍໃນເມືອງ ໃຫ້ນັບມື້ນັບສູງຂື້ນ ຕາມແຜນການ ແລະ ນະໂຍບາຍຂອງພັກ - ລັດ ເຮົາໄດ້ວາງອອກ.
Editor: ເມືອງຊະນະຄາມ