ໃນລະຫວ່າງວັນທີ 29-30 ພຶດສະພາ 2018 ນີ້ທີ່ຫ້ອງປະຊຸມ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສຳມະນາ ວິທະຍາສາດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍການເປັນປະທານຂອງທ່ານ ປະລິຍາເອກ ກົງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເຂລາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ມີບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານປະທານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ, ທ່ານພັນເອກ ດວງສີ ພັນທະວົງ ຫົວໜ້າຫ້ອງການ ກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ໄດ້ຂື້ນຜ່ານບົດສະຫຸບວຽກງານໃນໄລຍະຜ່ານມາ ເຊີ່ງທ່ານໄດ້ຍົກໃຫ້ເຫັນຜົນງານທີ່ສາມາດຍາດມາໄດ້ ເຊັ່ນ: ຝືກອົບຮົມກຳລັງປ້ອງກັນຕົວໃຫ້ໂຮງຮຽນມໍປາຍ ໄດ້ 24 ແຫ່ງ, ອົບຮົມການເມືອງ, ການທະຫານ ໃຫ້ກອງຫຼອນໄດ້ 7 ຄັ້ງ, ໄດ້ຈັດຕັ້ງອົບຮົມທ່າສະໜາມສູ້ຮົບປ້ອງກັນຕົວເມືອງໄດ້ 1 ເມືອງ, ໄດ້ຈັດຕັ້ງອົບຮົມວຽກງານກໍ່ສ້າງຄອບຄົວ ແລະ ປ້ອງກັນຊາດໄດ້ 1 ຄັ້ງ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງ ແລະ ປັບປຸງກຳລັງກອງຫຼອນໄດ້ 1.210 ຄົນ, ສ້າງ ແລະ ປັບປຸງກຳລັງ ປກສ ບ້ານໄດ້ 1.690 ຄົນ, ເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ ແລະ ທຳລາຍສວນຄັນຊາ ໄດ້ 164 ສວນ, ທໍາລາຍສວນຝີ່ນ ໄດ້ 79 ສວນ, ທໍາລາຍຄັນຊາແຫ້ງ ໄດ້ 94 ເປົ້າ ນ້ຳໜັກ 4.100 kg, ທໍາລາຍຄັນຊາ ທີ່ເກັບກູ້ແລ້ວແຕ່ບໍ່ທັນແຫ້ງ ໄດ້ 3.500 kg. ເກັບກູ້ອາວຸດເຖື່ອນຢູ່ເມືອງວຽງທອງ ໄດ້ 94 ກະບອກ, (ໝາກແຕກ 2 ໜ່ວຍ) ອາວຸດລາເນື້ອ 1.479 ກະບອກ, ເລົາປືນ 88 ເລົາ, ລູກປືນ 123 ລູກ, ຈັກສະຕິນ 268 ເຄືອງ, ໝໍ້ຊ໋ອດປາ 124 ເຄືອງ. 1 ປີຜ່ານມາຄະດີເກີດຂື້ນ ທັງໝົດ 895 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 351 ຄົນ, ຍິງ 42 ຄົນ, (ຄົນຕ່າງປະເທດ 70 ຄົນ, ຍິງ 4 ຄົນ,) ຄະດີອາຍາເກີດທັງໝົດ 35 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 74 ຄົນ, ຍິງ 4 ຄົນ, ທຽບໃສ່ປີ 2016 ຫຼຸດລົງ 1 ເລື່ອງ, ຜົນເສຍຫາຍ: ເສຍຊີວິດ 13 ຄົນ, ຍິງ 6 ຄົນ, ເງີນກີບ ຈໍານວນ 86.543.000 ກີບ ແປດສິບຫົກລ້ານ ຫ້າແສນ ສີສິບສາມພັນ ລົດຈັກ 18 ຄົນ, ຍືດຂອງກາງ: ປືນອາກ່າທ້າຍພັບ 2 ກະບອກ, ປືນສັ້ນ 2 ກະບອກ, ເງີນບາດ 126.050 ບາດ, ເງີນໂດລາ 11.920 ໂດລາ, ເງີນຢວນ 226 ຢວນ, ປະເພດໄມ້ປົກຄອງ 100 ແມັດກ້ອນ, ລົດຈັກ 26 ຄັນ. ຄະດີເສດຖະກິດເກີດຂື້ນທັງໝົດ 114 ເລື່ອງ, ຄະດີຢາເສບຕິດເກິດຂື້ນທັງໝົດ 361 ເລື່ອງ ກັກຕົວຜູ້ຫາໄດ້ 191 ຄົນ, ທຽບໃສປີ 2016 ຫຼຸດລົງ 06 ເລື່ອງ. ຢືດຂອງກາງ ຢາບ້າ ໄດ້ 566.668 ເມັດ, ຄັນຊາ 4.578 ກິໂລ, ຢາຝີ່ນ 7,3 ກິໂລ, ເຮໂລອິນ 43 ແທ່ງ 14 ຫຼອດນ້ອຍ, ປືນແກັບ 22 ກະບອກ, ປືດດັດແປງຍິງລູກແວ່ງ 5 ກະບອກ, ລົດໃຫຍ່ 16 ຄັນ, ລົດຈັກ 29 ຄັນ. ອຸບັນຕິເຫດເກີດຂື້ນ 330 ເລື່ອງ, ທຽບໃສ່ປີ 2016 ເພີ່ມຂື້ນ 26 ເລື່ອງ, ພາຫະນະເປເພທັງໝົດ 598 ຄັນ, ມີຜູ້ບາດເຈັບ 494 ຍິງ, 155 ຄົນ, ເສຍຊິວິດ 77 ຄົນ, ມູນຄ່າເສຍຫາຍ 20 ຕື້ກວ່າກີບ. ອັກຄີໄພເກີດຂື້ນ 7 ຄັ້ງ ຜົນເສຍຫາຍ 741.000.000 ກີບ. ເຈັດຮ້ອຍສີສິບເອັດລ້ານ.
ຈາກນັ້ນທ່ານປະທານກໍ່ໄດ້ຕັ້ງຄໍາຖາມເຈາະຈີ່ມໃຫ້ບັນດາແຂກຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນເພື່ອແລກປ່ຽນບົດຮຽນເຊິງກັນ ແລະ ກັນ ຕື່ມອີກ.
Editor: ປກສ ແຂວງບໍລິຄຳໄຊ