ໃນວັນທີ 1 ມິຖຸນາ 2018 ນີ້ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອທົດແທນຄືນປ່າໄມ້ ທີ່ຖືກທຳລາຍໄປນັ້ນ ກັບຄືນສູ່ສະພາບເດີມ, ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 46 ປີ ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ກຸ່ມບ້ານເມືອງຮຶບ, ເມືອງໂພນທອງ ຫ່າງຈາກເທດສະບານໄປທາງທິດຕາເວັນຕົກ ປະມານ 60 ກິໂລແມັດ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຜາຍ ແກ້ວລາວັນ ຮອງເລຂາຄະນະບໍລິຫານງານພັກເມືອງໂພນທອງ,ທ່ານ ພູມີ ແກ້ວວັນດີ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທ່ານ ຈັນເພັງ ພົງສະຫວັດ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ມີບັນດາຫົວໜ້າ-ຮອງຫ້ອງການອ້ອມຂ້າງຂະແໜງການຂອງເມືອງ, ນັກທຸລະກິດ ຕະຫຼອດຮອດ ປະຊາຊົນກຸ່ມບ້ານເມືອງຮຶບ ແລະ ນັກຮຽນ ເຂດດັ່ງກ່າວເຂົ້າຮ່ວມ.
ທ່ານ ພູມີ ແກ້ວວັນດີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກ່າວວ່າ : ການປູກຕົ້ນໄມ້ມື້ນີ້ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ທັງເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ ຂອງທຸກໆປີ, ໃນປີ 2018 ນີ້ ເມືອງໂພນທອງ ມີເນື້ອທີ່ ປູກຕົ້ນໄມ້ທັງໝົດ 58 ເຮັກຕາ, ປູກເບ້ຍໄມ້ ຈຳນວນ 500 ເບ້ຍ, ຊະນິດເບ້ຍໄມ້ທີ່ປູກ ມີ: ໄມ້ຂົມຟາດ, ໄມ້ປະດັບ ແລະ ໄມ້ດູທຳມະຊາດ, ໃນນີ້ ປູກຢູ່ສວນໄມ້ເຂດບ້ານ ເມືອງຮຶບ ຈໍານວນ 3 ເຮັກຕາ ມີເບ້ຍໄມ້ 300 ເບ້ຍ, ແລະ ເບ້ຍໄມ້ທີຍັງເຫຼືອຈະນຳມາປູກທີ ເທດສະບານເມືອງ,
ພ້ອມນັ້ນ ໃນພິທີ ທ່ານ ຈັນເພັງ ພົງສະຫວັດ ຫົວໜ້າ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ກໍ່ໄດ້ເປັນກຽດຂຶ້ນອ່ານສານພອນອວຍພອນຂອງ ທ່ານ ປະທານປະເທດແຫ່ງ ສ ປ ປ ລາວ ວ່າດ້ວຍການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 46 ທີ່ ໃນວັນທີ 5 ມີຖຸນາ ທີ່ຈະມາເຖິງນີ້. ຈາກນັ້ນ ທ່ານ ຄໍາຜາຍ ແກ້ວລາວັນ ຮອງເລຂາຄະນະບໍລິຫານງານພັກເມືອງໂພນທອງ, ກໍ່ໃຫ້ກຽດໂອລົມຕໍ່ພິທີດັ່ງກ່າວໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສອງວັນດັ່ງກ່າວ, ຫຼັງຈາກນັ້ນກໍ່ພ້ອມກັນລົງມື້ປູກຕົ້ນໄມ້ ແລະ ປ່ອຍປາ ຈໍານວນ 2 ພັນກ່ວາໂຕລົງວັງອານຸລັກບ້ານເມືອງຮຶບ , ພ້ອມທັງຮັບຊົມການແຂ່ງຂັນກິລາບານເຕາະ ໂດຍມີ 4 ທິມ ເຂົ້າຮ່ວມການແຂງຂັນ ໃນນັ້ນ ໄດ້ປະເພດ 1 ແມ່ນ ຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງ, ປະເພດ 2 ແມ່ນ ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ປະເພດ 3 ແມ່ນ ກອງຮ້ອຍທະຫານຊາຍແດນ ຫນຶ່ງຫົກສອງ 162 ແລະ ປະເພດ 4 ແມ່ນ ນັກຮຽນ ມສ ເມືອງຮຶບ. ຈາກນັ້ນ ບັນດາຄະນະການນຳຂອງເມືອງໂພນທອງ ຍັງໄດ້ເຂົ້າກວດກາຕິດຕາມເບິ່ງການກໍ່ສ້າງ ຕະຫຼາດຊົມຊົນກຸ່ມບ້ານເມືອງຮຶບ ເມືອງໂພນທອງ ໂດຍໄດ້ຮັບທຶນກໍ່ສ້າງຈາກໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາສົກປີ 2018.
Editor: ເມືອງໂພນທອງ