ໃນຕອນເຊົ້າຂອງວັນທີ່ 1 ມິຖຸນາ 2018 ນີ້ ຢູ່ທີ່ໂຮງຮຽນ ມສ ບ້ານມ່ວງ, ເມືອງປາກລາຍ, ແຂວງ ໄຊຍະບູລີ. ໄດ້ຈັດພິທີສະເຫລີມສະຫລອງວັນເດັກນ້ອຍສາກົນ ແລະ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາຂື້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນລັບ ແສງອາພອນ, ກໍາມະການພັກແຂວງ ເລຂາພັກເມືອງ, ຮອງເຈົ້າເມືອງປາກລາຍ, ມີຄະນະປະຈໍາພັກເມືອງ, ຫົວໜ້າ ຮອງຫົວໜ້າຫ້ອງການ, ອົງການ, ລັດວິສາຫະກິດ, ພະນັກງານລັດຖະກອນ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີດັ່ງກ່າວ ກໍ່ໄດ້ເລົ່າຄືນຄວາມໝາຍຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສີ່ງແວດລ້ອມໂລກ ແລະ ວັນເດັກນ້ອຍສາກົນ ທັງນີ້ ກໍ່ເພື່ອເປັນການຫວນຄືນ ແລະ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ພະນັກງານລັດຖະກອນ ແລະ ນ້ອງນ້ອຍນັກຮຽນ ໃຫ້ຮູ້ເຖີງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ອີກດ້ານໜື່ງກໍ່ເພື່ອເຮັດໃຫ້ບັນລຸເປົ້າໝາຍແຕ່ນີ້ຫາປີ 2020 ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ ກວມ 70% ຕາມແຜນຍຸດທະສາດຂອງລັດຖະບານເຮົາກຳນົດໄວ້ ແລະ ສ້າງໃຫ້ເມືອງປາກລາຍ ເປັນເມືອງສີຂຽວ ອາກາດສົດຊື່ນ ຕາມຄຳຂວັນທີ່ວ່າ ສ້າງໃຫ້ເມືອງປາກລາຍ ໃຫ້ເປັນເມືອງຜະລິດກະສິກໍາ ຕິດພັນກັບການປຸງແຕ່ງ ການບໍລິການທາງຜ່ານ ແລະ ການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ.
ທ່ານ ຄໍາຝັ້ນ ວົງສະຫວັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ເປີດເຜີຍວ່າ: ສໍາລັບ ພິທີປູກຕົ້ນໄມ້ໃນປີນີ້ ແມ່ນໄດ້ຈັດຢູ່ 2 ຈຸດ ໃນທົ່ວເມືອງ ຄື: ໂຮງຮຽນ ມສ ເມືອງວາ ແລະ ໂຮງຮຽນ ມສ ບ້ານມ່ວງ ແລະ ໄມ້ທີ່ນໍາມາປູກປະກອບ ມີ: ໄມ້ດູ່, ໄມ້ສັກ,ໄມ້ປະດັບ ແລະ ໄມ້ກີນໝາກຈຳນວນໜື່ງ ມີຈໍານວນ 450 ເບ້ຍ. ສະເພາະປີນີ້ ໃນທົ່ວເມືອງປາກລາຍ ມີແຜນປູກໄມ້ໃຫ້ໄດ້ ທັງໝົດ 50.00 ຕົ້ນ. ເຊີ່ງຈະໄດ້ແບ່ງໃຫ້ບັນດາບ້ານ, ສໍານັກງານຫ້ອງການ ປູກ ແລະ ປົກປັກຮັກສາ.
ຈາກນັ້ນ ຜູ້ເຂົ້າຮ່ວມ ແລະ ນ້ອງນ້ອຍນັກຮຽນ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ໃສ່ເດີ່ນໂຮງຮຽນດັ່ງກ່າວ ແລະ ໄດ້ແຈກຂອງຂວັນໃນວັນເດັກ ພ້ອມທັງຊົມສີນລະປະການສະແດງຂອງເດັກຢ່າງເປັນຂະບວນຟົດຟື້ນ.
Editor: ເມືອງປາກລາຍ