ງານວາງສະແດງເຄື່ອງເຮືອນລາວຄັ້ງທີ 3 ປະຈຳປີ 2018 ຈະຈັດຂຶ້ນໃນລະຫວ່າງເດືອນກໍລະກົດໜ້ານີ້ ຊຶ່ງມາຮອດປະຈຸບັນ ທ່ານ ບຸນເພັງ ເພັງສີສະຫວັດ ຫົວໜ້າຫ້ອງການສະມາຄົມເຟີນິເຈີລາວ ຄະນະຈັດງານເປີດເຜີຍກັບລາຍການເມືອງລາວວັນນີ້ ໃຫ້ຮູ້ວ່າ: ມີແລ້ວ 80 % ຂອງຕົວເລກຫົວໜ່ວຍທຸລະກິດເຂົ້າຈັບຈອງຫ້ອງວາງສະແດງ ໃນນີ້ ລວມມີຫົວໜ່ວຍທຸລະກິດຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມນຳ.
ການຫ້າງຫະກຽມງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 3 ປະຈຳປີ 2018 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 7-15 ເດືອນກໍລະກົດ 2018 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ມາຮອດປະຈຸບັນການກະກຽມດ້ານຕ່າງໆແມ່ນມີຄວາມກຽມພ້ອມແລ້ວ 90% ທັງນີ້ ມີຜູ້ປະກອບການເຂົ້າຈັບຈອງພື້ນທີ່ແລ້ວ 80% ຂອງຈໍານວນທັງໝົດ ໃນນັ້ນປະກອບມີຫົວໜ່ວຍທຸລະກິດຢູ່ນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະຕ່າງປະເທດຈຳນວນໜື່ງ ເປັນຕົ້ນແມ່ນຈາກປະເທດ ໄທ ແລະ ຈີນ ທີ່ຈະມາຮ່ວມນຳ.
ທ່ານ ບຸນເພັງ ເພັງສີສະຫວັດ ກ່າວຕື່ມອີກວ່າ: ງານຄັ້ງນີ້ຈະມີຄວາມໂດດເດັ່ນແຕກຕ່າງຈາກຄັ້ງຜ່ານໆມາເນື່ອງຈາກຜູ້ທີ່ເຂົ້າຊົມຈະໄດ້ພົບກັບຄວາມຫຼາກຫຼາຍຂອງສິນຄ້າເຄື່ອງເຮືອນລາວ ຈາກໂຮງງານທີ່ອອກແບບໃຫ້ມີຄວາມສວຍງາມ ທັນສະໄໝ ຮັກສາໄດ້ເອກະລັກຄວາມເປັນລາວ ນອກຈາກນີ້ ຍັງມີສິນຄ້າໂອດັອບ ໂດຍຕະຫຼອດງານຄັ້ງນີ້ຄາດວ່າຈະມີມູນຄ່າການຊື້-ຂາຍທັງໝົດປະມານ 4,5 ຕື້ກີບ ຈະພໍ່ແມ່ນປະຊາຊົນທີ່ຈະມາທ່ຽວຊົມບໍ່ຫຼຸດ 2,5 ແສນຄົນ.
ແນວໃດກໍດີ ການຈະຈັດງານວາງສະແດງເຄື່ອງເຮືອນລາວຄັ້ງນີ້ ກໍເພື່ອແນໃສ່ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ທາງດ້ານສີໄມ້ລາຍມືຄົນລາວເຮົາ, ຫົວໜ່ວຍທຸລະກິດໃຫ້ມີຂະຫຍາຍຕົວ ແລະ ສາມາດເຊື່ອມໂຍງ ເຂົ້າສູ່ຕະຫລາດພາກພື້ນ ແລະ ສາກົນໄດ້ ພ້ອມກັບຂະຫຍາຍຕະຫລາດສິນຄ້າລາວໃຫ້ນັບມື້ກວ້າງຂວາງ ແລະ ທັງເປັນການອະນຸລັກຮັກສາ ປ່າໄມ້, ນຳໃຊ້ໄມ້ ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ຢ່າງຢືນຢົງ ແລະ ເປັນການເພີ່ມມູນຄ່າຜະລິດຕະພັນໄມ້, ຫວາຍ ແລະ ໄມ້ປ່ອງໃຫ້ສູງຂຶ້ນຕາມຄວາມຕ້ອງການຂອງສັງຄົມ.
ມີສຽງສຳພາດທ່ານ ບຸນເພັງ ເພັງສີສະຫວັດ ຫົວໜ້າຫ້ອງການສະມາຄົມເຟີນິເຈີລາວ ມາໃຫ້ຮູ້ເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ