ໃນວັນທີ 1 ມິຖຸນາ 2018 ຜ່ານມານີ້ ອໍານາດການປົກຄອງເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຮ່ວມກັບ ບໍລິສັດ ປີໂຕຣລ້ຽມເທດດິ້ງລາວ ມະຫາຊົນ ໄດ້ຮ່ວມກັນຈັດພິທີປູກຕົ້ນໄມ້ ຢູ່ທີ່ປ່າສະຫງວນບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫຼາຍກວ່າ 5 ພັນເບ້ຍ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ.
ທ່ານ ຄໍາໄຜ່ ພົມມະຈັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ກ່າວ່າ: ການປົກປັກຮັກສາສິ່ງແວດລ້ອມ ຄຽງຄູ່ກັບການພັດທະນາເສດຖະກິດ ຖືເປັນວຽກໜຶ່ງທີ່ສໍາຄັນ ເຊິ່ງເຮົາຕ້ອງເລັງໃສ່ການສ້າງຂະບວນການປູກຈິດສໍານຶກໃຫ້ແກ່ສັງຄົມ ຊ່ວຍກັນປູກ ແລະ ປົກປັກຮັກສາປ່າໄມ້ ເພື່ອໃຫ້ປະເທດເຮົາມີເນື້ອທີ່ປ່າປົກຫຸ້ມທົ່ວປະເທດ 70 ສ່ວນຮ້ອຍ ຂອງເນື້ອທີ່ ເພາະຖ້າປ່າໄດ້ຖືກທໍາລາຍເທົ່າໃດ ໄພພິບັດທາງທໍາມະຊາດກໍ່ຍິ່ງເພີ່ມທະວີຄວາມຮຸນແຮງຂຶ້ນເທົ່ານັ້ນ ເຊິ່ງໃນປະຈຸບັນ ກໍ່ຖືເປັນບັນຫາເຄັ່ງຮ້ອນຂອງໂລກ.
ເມືອງນາຊາຍທອງ ໄດ້ມີການຟື້ນຟູປ່າໄມ້ໃນເນື້ອທີ່ ທັງໝົດ 260 ເຮັກຕາ ແລະ ລວມເນື້ອທີ່ປູກໄມ້ ທັງ ໝົດ 4.153,67 ເຮັກຕາ. ໃນພິທີປູກຕົ້ນໄມ້ແມ່ນໄດ້ຈັດຂຶ້ນໃນເນື້ອທີ່ 5 ເຮັກຕາ ຈໍານວນເບ້ຍໄມ້ທັງໝົດ 5 ພັນເບ້ຍ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ປີໂຕຣລ້ຽມເທດດິ້ງລາວ ມະຫາຊົນ ເຊິ່ງເປັນອີກສິ່ງໜຶ່ງທີ່ສໍາຄັນ ກໍ່ຄືການປົກປັກຮັກສາຕົ້ນໄມ້ ທີ່ໄດ້ປູກໃຫ້ກາຍເປັນຕົ້ນໄມ້ໃຫຍ່ໃນອະນາຄົດ.
ນອກຈາກພິທີປູກຕົ້ນໄມ້ແລ້ວ, ທາງ ບໍລິສັດ ປີໂຕຣລ້ຽມເທດດິ້ງລາວ ມະຫາຊົນ ຍັງໄດ້ນໍາເອົາອຸປະກອນການສຶກສາ ແລະ ເຂົ້າໜົມໄປຮ່ວມແຈກໃຫ້ແກ່ນ້ອງນັກຮຽນພາຍໃນງານ ເພື່ອເປັນການຮ່ວມສະຫຼອງວັນເດັກນ້ອຍສາກົນອີກດ້ວຍ.
Editor: ດາວໄຊ ສີວິໄລ