ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ. ຈັດກອງປະຊຸມປຶກສາຫາລືຂັ້ນວິຊາການ ຜ່ານເນື້ອໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໂຄງການກະສິກຳ ແລະ ປ່າໄມ້ ຢູ່ເມືອງໄຊທານີ ເນື້ອທີ 544,7 ເຮັກຕາ, ເມືອງສັງທອງ ເນື້ອທີ 986,4 ເຮັກຕາ, ນະຄອນຫຼວງວຽງຈັນ ແລະ ເມືອງອານຸວົງ ເນື້ອທີ່ຈໍານວນ 93 ເຮັກຕາ ແຂວງໄຊສົມບູນ ຈັດຂຶ້ນ ໃນທີ 31 ພຶດສະພາ 2018 ທີ່ໂຮງແຮມວຽງຈັນພຣາຊາ ໂດຍການເປັນປະທານຮ່ວມຂອງ ທ່ານ ຖາວອນ ວົງໂພສີ ຮອງຫົວໜ້າກົມນະໂຍບາຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນການທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ແດງ ປະທຸມທອງ ເຈົ້າເມືອງອານຸວົງ, ທ່ານ ແສງປັນຍາ ລັດຕະນະວົງ, ຫົວໜ້າພະແນກຊັບພະຍາກອນ ແລະ ທຳມະຊາດ ແຂວງໄຊສົມບູນ, ທ່ານ ສີວິໄລ ຫຼວງລາດ ຫົວໜ້າຫ້ອງວ່າການເມືອງໄຊທານີ, ມີທ່ານ ມາຕິນ ຟໍແຊນ ຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ພ້ອມດ້ວຍຮອງອໍານວຍການ ຄະນະທີປຶກສາ ນັກວິຊາການ ແລະ ແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ມາຕິນ ຟໍແຊນ ຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ກ່າວວ່າ: ໃນໂຄງການນີ້ຈະນຳລາຍຮັບຢ່າງຫຼວງຫຼາຍໃຫ້ແກ່ ສປປ ລາວ ໂດຍຜ່ານການເກັບພາສີທາງລາຍໄດ້, ຄ່າເຊົ່າທີ່ດິນ, ການສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຜົນກະທົບທາງລົບ ທີ່ເປັນໄປໄດ້ທາງສິ່ງແວດລ້ອມ ເຊິ່ງອາດຈະເກີດຂຶ້ນຈາກໂຄງການ ແລະ ຜົນກະທົບດ້ານສິ່ງແວດລ້ອມ ຈະຖືກຈຳກັດໃຫ້ມີໜ້ອຍສຸດ ໂດຍການປະຕິບັດຕາມມາດຕະຖານດ້ານສິ່ງແວດລ້ອມຂອງ ລັດຖະບານ ແລະ ສາກົນ ກຳນົດ, ໂດຍຜ່ານການນຳໃຊ້ມາດຕະການໃນການດຳເນີນງານທີ່ດີທີ່ສຸດໃນລະດັບສາກົນ ແລະ ເພື່ອເຮັດໃຫ້ໂຄງການພັດທະນາຊຸມຊົນຕ່າງໆ ເຊິ່ງຈະຊ່ວຍປັບປຸງສະຖານະພາບທາງສັງຄົມ-ເສດຖະກິດ ຂອງບັນດາບຸກຄົນ ແລະ ຊຸມຊົນທີ່ມີສ່ວນຮ່ວມກັບໂຄງການ, ຕອບສະໜອງໂອກາດໃນການຈ້າງງານໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ຕອບສະໜອງເຮັດໃຫ້ມີຄວາມໝັ້ນຄົງທາງດ້ານສະບຽບອາຫານ ເພີ່ມຂຶ້ນສຳລັບຊຸມຊົນທີ່ມີສ່ວນຮ່ວມກັບໂຄງການ ໂດຍຜ່ານຮູບແບບການປູກໄມ້.
ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກ່າວວ່າ: ການພັດທະນາໂຄງການປູກໄມ້ເປັນອຸດສາຫະກຳໃນ ສປປ ລາວ ແມ່ນສາມາດສ້າງລາຍຮັບໃຫ້ແກ່ປະເທດຫຼາຍທີ່ສຸດກວ່າຂະແໜງອື່ນໆ ໂດຍສະເພາະການປູກໄມ້ແບບຊຸມຊົນມີສ່ວນຮ່ວມ ເຊິ່ງມັນຈະຊ່ວຍໃນການສ້າງງານໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ໃນໂຄງການສວນປູກໄມ້ວິກ ແລະ ໄມ້ກະຖິນນລົງ ໃນເນື່ອທີ່ 55.000 ເຮັດຕາ ( ອາດຈະມີໄມ້ພືດເສດຖະກິດອື່ນໆ ) ຂອງບໍລິສັດບົວລະພາ ນີ້ ມັນຈະສົ່ງຜົນປະໂຫຍດສຳລັບ ສປປ ລາວ ແລະ ຊຸມຊົນທ້ອງຖິ່ນ ຄື: ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ສະໜັບສະໜັນການພັດທະນາຊຸມຊົນ ແລະ ໂຄງການພັດທະນາກະສິກຳ, ສ້າງລາຍຮັບທີ່ເພີ່ມຂຶ້ນໃນຂົງເຂດພາກພື້ນ, ສ້າງລາຍໄດ້ຈາກການສົ່ງອອກ ແກ່ ສປປ ລາວ ແລະ ຕອບສະໜອງການຝຶກອົບຮົມ ແລະ ສ້າງຄວາມອາດສາມາດ. ແຕ່ຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ເຊິ່ງ ໜ້າວຽກສຳຄັນຕ່າງໆ ແມ່ນຈຳເປັນຕ້ອງໄດ້ມີການເອົາໃຈໃສ່ເປັນພິເສດ ກໍ່ຄືການຄຸມຄອງເພື່ອໃຫ້ແນ່ໃຈວ່າຜົນກະທົບນັ້ນຖືກຈຳກັດ ຄື: ຕ້ອງຄັດເລືອກພື້ນທີ່ປູກໄມ້ຢ່າງລະມັດລະວັງ ເພື່ອໃຫ້ແນ່ໃຈວ່າຄວາມຫຼາກຫຼາຍທາງດ້ານຊີວະນາໆພັນແມ່ນຖືກປົກປ້ອງ ແລະ ຄວາມຕ້ອງການໃນການນຳໃຊ້ທີ່ດິນຂອງຊຸມຊົນ ແມ່ນໄດ້ຮັບຄວາມປອດໄພຕໍ່ຊຸມຊົນ ແລະ ບ່ອນເຮັດວຽກ ໂດຍສະເພາະຄວາມສ່ຽງດ້ານໄຟໄໝ້ປາ ແລະ ອຸປະຕິເຫດຈາກການຂົນສົ່ງ,ການຈາລະຈອນ ແລະ ການຄຸ້ມຄອງເຂດພື້ນທີ່ດຳເນີນກິດຈະການ ເພື່ອປ້ອງກັນບໍ່ໃຫ້ມີການເຊາະເຈື່ອນ ແລະ ມີຜົນກະທົບຕໍ່ຄຸນນະພາບນ້ຳ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ