ເມື່ອບໍ່ດົນຜ່ານມານີ້ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ມອບໂທລະໂຄ່ງໃຫ້ແກ່ບ້ານຫາດຊາວ ເມືອງງອຍ, ແຂວງຫລວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ບຸນເມືອງ ໄຊຍະສິດ ຮອງເຈົ້າເມືອງ ເມືອງງອຍ ພ້ອມດ້ວຍພະນັກງານວິຊາການແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.
ບ້ານ ຫາດຊາວ ມີຄອບຄົວ ທັງໝົດ 66 ຄອບຄົວ, ພົນລະເມືອງ 340 ຄົນ, ຍິງ 166 ຄົນ ເປັນບ້ານຊົນເຜົ່າປະສົມ ລາວ ແລະ ກຶມມຸ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ ແອັມ 1 ໜ່ວຍ, ໄມສາຍ 1 ອັນ, ປາກເລີ 2 ໜ່ວຍ, ສາຍໂທລະໂຄ່ງ ຍາວ 200 ແມັດ, ມີ 1 ກໍ້ ລວມມູນຄ່າທັງໝົດ 5,500,000 ຫ້າລ້ານຫ້າແສນກີບ. ໃນໂອກາດດັ່ງກ່າວ ທ່ານ ສຸລິທິບ ໜໍ່ຄຸນຜົນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກໍ່ໄດ້ກ່າວມອບໂທລະໂຄ່ງ ໃຫ້ແກ່ເມືອງ ແລະ ເມືອງກໍ່ໄດ້ມອບໃຫ້ບ້ານ ເພື່ອປົກປັກຮັກສາຄຸ້ມຄອງ ແລະ ໄປນໍາໃຊ້ໃຫ້ມີຄວາມສະດວກສະບາຍໃນການປະກາດຂ່າວ, ແຈ້ງການຕ່າງໆ, ການເຕົ້າລວມບ້ານໃຫ້ວ່ອງໄວຂຶ້ນເທື່ອລະກ້າວ,
ທ່ານ ຮອງເຈົ້າເມືອງ ກໍ່ໄດ້ສະແດງຄຳຂອບອົກຂອບໃຈ ທີ່ທ່ານຫົວໜ້າາພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍາດແຍ່ງທຶນຮອນມາຊ່ວຍເຫຼືອບ້ານຫາດຊາວ ແລະ ໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນ ຈົ່ງມີການປົກປັກຮັກສາໄວ້ເປັນຢ່າງດີ ແລະ ນໍາໃຊ້ໃຫ້ຖືກຕ້ອງກັບວິທີການນຳໃຊ້ໃຫ້ຍາວນານ.
Editor: ນັກຂ່າວເມືອງງອຍ