ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສາກົນ ຢຸດຕິການໃຊ້ແຮງງານຕໍ່ເດັກ ຂອງເມືອງໂພນໂຮງ ຈັດຂື້ນໃນວັນທີ 31 ມິຖຸນາ 2018 ຢູ່ທີ່ສະໂມສອນໃຫຍ່ຂອງ ເມືອງ ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ອິ່ນຄຳ ພັນດາລາ, ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ໂພນໂຮງ, ມີ ທ່ານ ນາງ ສຸກສະຫວັນ ພະຈອມພົນ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີບັນດາໂຮງຮຽນອະນຸບານອ້ອມຂ້າງເມືອງ, ສະມາຄົມພໍ່ແມ່ນັກຮຽນ, ສະຫະພັນແມ່ຍິງບ້ານອ້ອມຂ້າງ ແລະ ພໍ່ ແມ່ ຜູ້ປົກຄອງເດັກ ແລະ ຫຼານນ້ອຍ ເຂົ້າຮ່ວມ ຢ່າງຫຼວງຫຼາຍ.
ໃນການສະເຫຼີມສະຫຼອງວັນເດັກປີນີ້ແນ່ໃສ່ ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ກໍ່ຄືຫລານນ້ອຍໃນລາວ ເຮັດໃຫ້ບັນດາຫລານນ້ອຍ ແລະ ຜູ້ປົກຄອງເດັກໄດ້ຈັດກິດຈະກຳຮ່ວມກັນ ສະແດງເຖິງຄວາມສຳຄັນຂອງການສົ່ງເສີມເດັກນ້ອຍໃຫ້ໄດ້ຮັບການພັດທະນາດີຂື້ນ. ທີ່ປະຊຸມຍັງໄດ້ຮັບຟັງປາຖະກາຖາເລົ່າປະຫວັດຄວາມເປັນມາຂອງວັນເດັກ ຈາກທ່ານນາງ ລຳເງິນ ພັນທະວົງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງ ເມືອງ ຊຶ່ງທ່ານ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ, ຍົກໃຫ້ເຫັນການປະຕິບັດວຽກງານສິດທິເດັກຢູ່ໃນລາວ, ເຜີຍແຜ່ຜົນງານຂອງແມ່ - ເດັກໃນ 1 ປີຜ່ານມາຂອງເມືອງ, ເອົາໃຈໃສສົມທົບພາກສ່ວນກ່ຽວຂ້ອງແຕ່ລະຂັ້ນເຂົ້າຊ່ວຍເຫຼືອເດັກທີ່ຖືກຕົວຍົວະຫລອກລວງໄປຂາຍແຮງງານຢູ່ຕ່າງປະເທດທີ່ບໍ່ຖືກຕ້ອງ ໄດ້ໂຄສະນາປຸກລະດົມທົ່ວປວງຊົນໃຫ້ເຫັນໄດ້ຄວາມສຳຄັນຂອງວຽກງານແມ່-ເດັກ ພ້ອມທັງ ໃຫ້ຄວາມຮ່ວມມື້ໃນການຈັດຕັ້ງປະຕິບັດວຽກງານເດັກໃຫ້ມີທ່າກ້າວດີຂື້ນ.
ໂອກາດດັ່ງກ່າວນີ້ ທ່ານ ນາງ ອິ່ນຄຳ ພັນດາລາ ເຈົ້າເມືອງໂພນໂຮງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທາງຄະນະຮັບຜິດຊອບວຽກງານແມ່-ເດັກ ສ້າງໄດ້, ຍົກໃຫ້ເຫັນຄວາມສຳຄັນຂອງວັນເດັກ ໂດຍສະເພາະເດັກນ້ອຍທີ່ຈະເປັນໜໍ່ແໜງຂອງຊາດ ຍົກໃຫ້ເຫັນສິງທ້າທ້າຍໃນການພັດທະນາເດັກ ເປັນຕົ້ນ ວຽກງານການສຶກສາ ພ້ອມທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຕະຫລອດຮອດຜູ້ປົກຄອງເດັກ ຈົ່ງສົ່ງເສີ່ມລູກເຕົ້າໃຫ້ໄດ້ຮັບ ການພັດທະນາຢ່າງຮອບດ້ານ.
Editor: ນັກຂ່າວເມືອງໂພນໂຮງ