ໃນວັນທີ 31 ພຶດສະພາ 2018 ນີ້, ທີ່ບ້ານຊ່ວຍເຫລືອເດັກນ້ອຍ SOS ນະຄອນຫຼວງວຽງຈັນ. ທ່ານ ນາງ ໃບຄຳ ຂັດທິຍະ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະ, ໄດ້ເຂົ້າຮ່ວມງານ ສະເຫລີມສະຫລອງ ວັນເດັກນ້ອຍສາກົນ, ມີຫົວໜ້າໂຄງການ ບ້ານຊ່ວຍເຫລືອເດັກ SOS, ອຳນວຍການໂຮງຮຽນ, ຄູອາຈານ, ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄໍາເຫັນບາງຕອນວ່າ: ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ທີ່ທົ່ວໂລກ ພ້ອມກັນ ສະເຫລີມສະຫລອງວັນເດັກ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນ, ໂດຍມີປະຫວັດຄວາມເປັນມາ ແຕ່ປີ 1924-1925 ຫລື ປະມານ 93 ປີ ທີ່ປະຊາຊາດ ຫລື ປະຊາຊົນທົ່ວໂລກ ພ້ອມກັນຮັບຮູ້ ສິດທິຂອງເດັກນ້ອຍ ເພື່ອເຮັດໃຫ້ເດັກນ້ອຍ ໄດ້ຮັບການປົກປ້ອງ ແລະ ເບິ່ງແຍງ ພາຍໃຕ້ກົດໝາຍ. ສ່ວນຢູ່ປະເທດເຮົາ ໄດ້ເລີ່ມສະຫລອງວັນເດັກສາກົນ ໃນປີ 1991 ເມື່ອໄດ້ເຂົ້າເປັນພາຄີ ຫລື ຮັບຮອງເອົາສົນທິສັນຍາ ວ່າດ້ວຍສິດທິຂອງເດັກນ້ອຍ. ຊຶ່ງເວລາໃດ ພັກ ແລະ ລັດຖະບານເຮົາ ໄດ້ສຸມທຸກກໍາລັງແຮງເຂົ້າໃສ່ ໃນການພັດທະນາຄົນ ກໍຄື ຍົກສູງການປົກປ້ອງ ແລະ ເບິ່ງແຍງເດັກນ້ອຍ ຊຶ່ງແມ່ນອານາຄົດຂອງຊາດ, ເດັກນ້ອຍມື້ນີ້ ຈະເປັນຜູ້ໃຫຍ່ໃນມື້ໜ້າ, ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບຄວາມຢູ່ຫລອດປອດໄພ, ໄດ້ຮັບການພັດທະນາ, ໄດ້ຮັບຄວາມອົບອຸ່ນ ຈາກຄອບຄົວ ແລະ ມີສ່ວນຮ່ວມໃນສັງຄົມ ເພື່ອກາຍເປັນຜູ້ສືບທອດປ່ຽນແທນ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນໂອກາດນີ້, ຮອງລັດຖະມົນຕີ ກະຊວງ ຮສສ ຍັງໄດ້ນໍາເອົາເຂົ້າໜົມ ແລະ ນົມ ຈໍານວນໜຶ່ງ ມາມອບໃຫ້ນ້ອງນັກຮຽນ ຢູ່ບ້ານດັ່ງກ່າວຕື່ມອີກ.
Editor: ຂ່າວສານແຮງງານສະຫວັດດີການ ແລະ ສັງຄົມ