ເພື່ອເປັນການໂຄສະນາການທ່ອງທ່ຽວລາວ 2018 ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແກ່ຄູອາຈານ ແລະ ນັກຮຽນ-ນັກສຶກສາ ທັງເປັນການສ້າງຂະບວນການກິດຈະກໍາການທ່ອງທ່ຽວ ພາຍໃນໂຮງຮຽນ ເຫັນໄດ້ເຖິງການທ່ອງທ່ຽວລາວ ສົ່ງເສີມວັດທະນະທໍາ ຮິດຄອງປະເພນີອັນດີງາມຂອງບັນດາເຜົ່າ. ຂອງທ້ອງຖິ່ນ.
ທ່ານນາງ ວິລາ ແສງສະຫວ່າງ ຜູ້ອໍານວຍການວິທະຍາໄລ ຄູດົງຄໍາຊ້າງ ໄດ້ກ່າວວ່າ: ກິດຈະກໍາທີ່ທາງໂຮງຮຽນຈັດຂື້ນ ເພື່ອເປັນການໂຄສະນາການທ່ອງທ່ຽວລາວ 2018 ທັງເປັນການອະນຸລັກ ແລະ ສົ່ງເສີມຮິດຄອງປະເພນີ-ວັດທະນະທໍາ ອັນດີງາມ ຂອງຊາດ, ຂອງເຜົ່າ ແລະ ທ້ອງຖິ່ນ, ວັດທະນະທໍາການນຸ່ງຖື, ອາຫານການກິນ ແລະ ແຫລ່ງທ່ອງທ່ຽວ ທີ່ສໍາຄັນ ໃນທົ່ວປະເທດ ໃຫ້ຄູ-ອາຈານ ແລະ ນັກສຶກສາ ໄດ້ຮຽນຮູ້ ເຂົ້າໃຈ ໄດ້ຫລາຍຂື້ນ. ພ້ອມກັນນັ້ນ ຍັງເປັນການສ້າງຄວາມຮັກແພງ-ສາມັກຄີ ລະຫວ່າງ ຄູອາຈານ, ນັກຮຽນ ນັກສຶກສາ ຄູ ໃນວິທະຍາໄລຄູແຫ່ງນີ້. ສໍາລັບກິດຈະກໍາ ທີ່ຈັດຂື້ນ ແມ່ນປະກອບດ້ວຍຫລາຍກິດຈະກໍາທີ່ສໍາຄັນ ເຊັ່ນ: ການສະແດງສີລະປະວັນນະຄະດີ, ຟ້ອນ, ຮອ້ງເພງ, ວາງສະແດງຮູບພາຍແຫລ່ງທ່ອງທ່ຽວ, ວາງສະແດງສີ່ງປະດິດສ້າງຂອງນັກຮຽນຄູ, ການຂາຍອາຫານ ທີ່ເປັນເອກະລັກທ່ອງທ່ຽນ ໃນແຕ່ລະແຂວງ.
ນອກຈາກນີ້ ຍັງມີການຫລີ້ນກິລາພື້ນບ້ານ ຂອງຊົນເຜົ່າມົ້ງ ເຊັ່ນ: ໂຍນຫມາກຄ່າງ ເຊີ່ງສ້າງຄວາມມ່ວນຊື່ນຮ້ອຍຍີມ ຈາກຄູອາຈານ ແລະ ບັນດານັກຮຽນອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ