ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ( ວັນທີ 5/6/1972 ) ຄົບຮອບ 46 ປີ, ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ວຽງສະໄໝ ສີລິພອນພັນ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆປະທຸມພອນ, ທ່ານ ວິໄຊ ດາວໄຫຼ ກໍາມະການພັກເມືອງ ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ມີບັນດາຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຕະຫຼອດຮອດນັກຮຽນເຍົາວະຊົນ ມສ ຫຼັກ 40 ແລະ ແຂກທີ່ຖືກເຊື້ອເຊີນຈາກບັນດາບໍລິສັດ-ຮ້າງຮ້ານຕ່າງໆ ໃນທົ່ວເມືອງເຂົ້າຮ່ວມ.
ຈຸດປະສົງ ເພື່ອໃຫ້ບັນດາຊາວໜຸ່ມ ເຍົາວະຊົນ ພ້ອມດ້ວຍພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈເຖິງວັນສໍາຄັນດັ່ງກ່າວ ແລະ ເພື່ອເປັນການປູກຈິດສໍານຶກໃນການປົກປັກຮັກສາສິ່ງແວດລ້ອມ ກໍ່ຄື ອະນຸລັກພຶດພັນປ່າໄມ້ ແລະ ສັດນໍ້າ, ສັດປ່າ, ຮັກຫອມຫວງແຫນຊັບພະຍາກອນທໍາມະຊາດ ອັນລໍ້າຄ່າ ໃຫ້ມີຄວາມອຸດົມສົມບູນ ດັ່ງຄໍາຂວັນທີ່ວ່າ: ຈົ່ງພ້ອມກັນ ຢຸດຕິການໃຊ້ຖົງຢາງປຼາສະຕິກ ເພືອສ້າງບ້ານເມືອງເຮົາໃຫ້ກາຍເປັນສີຂຽວ ມີຄວາມສະອາດງາມຕາ.
ໃນພິທີ ທ່ານ ວຽງສະໄໝ ສີລິພອນພັນ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆປະທຸມພອນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຂຶ້ນຢ່າງເປັນທາງການ ພ້ອມໃຫ້ຮູ້ເຖິງເນື້ອໃນຈິດໃຈ ຂອງວັນສໍາຄັນດັ່ງກ່າວອີກດ້ວຍ ຈາກນັ້ນ ພິທີກໍ່ໄດ້ມີກິດຈະກໍາຖາມ-ຕອບ ນ້ອງໆນັກຮຽນ ເພື່ອເອົາຂອງຂວັນຈາກການນໍາຂັ້ນເມືອງ ແລະ ເພື່ອເປັນການສ້າງທັກຊະຄວາມຈື່ຈໍາໃຫ້ກັບນ້ອງໆໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຂອງສັງຄົມ. ໃນໂອກາດດຽວກັນນີ້ ການນໍາຂັ້ນເມືອງ ພ້ອມດ້ວຍແຂກທີ່ຖືກເຊື້ອເຊີນ ລວມໄປເຖິງ ອໍານາດປົກຄອງຂັ້ນຮາກຖານກຸ່ມບ້ານ ຈໍານວນ 4 ກຸ່ມ ແລະ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ, ທີ່ຢູ່ລຽບຕາມສາຍທາງຫຼວງເລກທີ 13 ໄຕ້ ຍັງໄດ້ຮ່ວມກັນ ອານາໄມຄວາມສະອາດຕາມສາຍທາງ ພ້ອມປູກຕົ້ນໄມ້ ຕາມຈຸດຕ່າງໆຂອງເມືອງ ເພື່ອເຮັດໃຫ້ບ້ານເມືອງເຮົາເປັນສີຂຽວ ໂດຍຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດຄື ວັນທີ 1 ເດືອນ 6 ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ