31 ພຶກສະພາ 2018 ຜ່ານມານີ້, ທີ່ບ້ານຊ່ວຍເຫລືອເດັກນ້ອຍ SOS ນະຄອນຫຼວງວຽງຈັນ. ທ່ານນາງ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະ, ໄດ້ເຂົ້າຮ່ວມງານ ສະເຫລີມສະຫລອງ ວັນເດັກນ້ອຍສາກົນ, ມີຫົວໜ້າໂຄງການ ບ້ານຊ່ວຍເຫລືອເດັກ SOS, ອໍານວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ. ໃບຄຳ ຂັດທິຍະ ໄດ້ມີຄໍາເຫັນບາງຕອນວ່າ: ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ທີ່ທົ່ວໂລກ ພ້ອມກັນ ສະເຫລີມສະຫລອງວັນເດັກ ເປັນວັນທີ່ມີຄວາມໝາຍ ຄວາມສໍາຄັນ, ໂດຍມີປະຫວັດຄວາມເປັນມາ ແຕ່ປີ 1924-1925 ຫລື ປະມານ 93 ປີ ທີ່ປະຊາຊາດ ຫລື ປະຊາຊົນທົ່ວໂລກ ພ້ອມກັນຮັບຮູ້ ສິດທິຂອງເດັກນ້ອຍ ເພື່ອເຮັດໃຫ້ເດັກນ້ອຍ ໄດ້ຮັບການປົກປ້ອງ ແລະ ເບິ່ງແຍງ ພາຍໃຕ້ກົດໝາຍ. ສ່ວນຢູ່ປະເທດເຮົາ ໄດ້ເລີ່ມສະຫລອງວັນເດັກສາກົນ ໃນປີ 1991 ເມື່ອໄດ້ເຂົ້າເປັນພາຄີ ຫລື ຮັບຮອງເອົາສົນທິສັນຍາ ວ່າດ້ວຍສິດທິຂອງເດັກນ້ອຍ. ຊຶ່ງເວລາໃດພັກ ແລະ ລັດຖະບານເຮົາ ໄດ້ສຸມທຸກກໍາລັງແຮງເຂົ້າໃສ່ ໃນການພັດທະນາຄົນ ກໍຄື ຍົກສູງການປົກປ້ອງ ແລະ ເບິ່ງແຍງເດັກນ້ອຍ ຊຶ່ງແມ່ນອານາຄົດຂອງຊາດ, ເດັກນ້ອຍມື້ນີ້ ຈະເປັນຜູ້ໃຫຍ່ໃນມື້ໜ້າ, ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບ ຄວາມຢູ່ຫລອດປອດໄພ, ໄດ້ຮັບການພັດທະນາ, ໄດ້ຮັບຄວາມອົບອຸ່ນ ຈາກຄອບຄົວ ແລະ ມີສ່ວນຮ່ວມໃນສັງຄົມ ເພື່ອກາຍເປັນຜູ້ສືບທອດປ່ຽນແທນ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.
ໃນໂອກາດນີ້, ຮອງລັດຖະມົນຕີ ກະຊວງ ແຮງງານສະຫວັດດີການ ແລະ ສັງຄົມ ຍັງໄດ້ນໍາເອົາເຂົ້າໜົມ ແລະ ນົມ ຈໍານວນໜຶ່ງ ມາມອບໃຫ້ນ້ອງນັກຮຽນ ຢູ່ບ້ານດັ່ງກ່າວຕື່ມອີກ. ບ້ານຊ່ວຍເຫລືອເດັກນ້ອຍ SOS ນະຄອນຫຼວງ ປັດຈຸບັນ ມີນັກຮຽນທັງໝົດ 162 ຄົນ, ຍິງ 58 ຄົນ, ປະກອບມີ 14 ຄອບຄົວ, ການສຶກສາຂອງເດັກແມ່ນ: ນັກຮຽນຊັ້ນອານຸບານ 8 ຄົນ, ຊັ້ນປະຖົມ 37 ຄົນ, ຍິງ 10 ຄົນ, ຊັ້ນມັດທະຍົມຕົ້ນ 47 ຄົນ, ຍິງ 21 ຄົນ, ຊັ້ນມັດທະຍົມປາຍ 43 ຄົນ, ຍິງ 17ຄົນ, ວິທະຍາໄລ 4 ຄົນ, ຍິງ 1 ຄົນ ແລະ ກຳລັງສຶກສາຢູ່ມະຫາວິທະຍາໄລ 23 ຄົນ, ຍິງ 5 ຄົນ.
Editor: ກຳປານາດ ລັດຖະເຮົ້າ