ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2017 ກະຊວງຍຸຕິທຳ ໄດ້ຈັດພິທີປູກຕົ້ນຂຶ້ນ ທີ່ບໍລິເວນຕຶກກະຊວງຍຸຕິທຳຫຼັງໃໝ່, ໂດຍການເຂົ້າຮ່ວມ ແລະ ນໍາພາຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຄະນະພັກ-ຄະນະນຳກະຊວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ການຈັດກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຄາດ ໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບ ຕາມທິດສີຂຽວ ແລະ ຍືນຍົງ ໂດຍປະຕິບັດຕາມຄຳຂັວນທີ່ວ່າ: " ຊ່ວຍກັນປູກ, ຊ່ວຍກັນຮັກສາ ແລະ ຟື້ນຟູປ່າໄມ້ ໃຫ້ອຸດົມສົມບູນໃນວັນນີ້ ຊີວິດຈະສົດໃສດີໃນວັນໜ້າ". ແລະ ຍັງເປັນການປະຕິບັດນະໂຍບາຍ 6 ສໍ ໂດຍສະເພາະ ສໍ ສີຂຽວ ຂອງນະຄອນຫຼວງວຽງຈັນ ວາງອອກໃຫ້ປາກົດຜົນເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ