ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນເດັກນ້ອຍສາກົນ 1 ມີຖຸນາ. ດັ່ງນັ້ນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ ຂື້ນໃນວັນທີ 31 ພຶດສະພາ ຜ່ານມາ ທີ່ສູນຄົ້ນຄວ້າກະສິກໍາ ນໍ້າຊວງ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ກ່ອນຫນ້ານີ້ 38 ປີ ລັດຖະບານເຫັນໄດ້ເຖິງບົດບາດຄວາມສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນ: ດິນ, ແຫລ່ງນໍ້າ ແລະ ຊິວະນານາພັນ ໃຫ້ມີຄວາມອຸດົມສົມບູນ ຕໍ່ການປ່ຽນແປງດິນຟ້າອາກາດ ກໍ່ຄືຊິວິດການເປັນຢູ່ ແລະ ການແກ້ໄຊຄວາມຫຍຸ່ງຍາກ ຂອງປະຊາຊົນບັນດາເຜົ່າ, ໃນປີ 1980 ສະພາລັດຖະມົນຕີ ໄດ້ອອກມະຕິຕົກລົງ ເລກທີ 48/ສພລຖ ວ່າດ້ວຍການກໍານົດເອົາວັນທີ 1 ມີຖຸນາ ເຊີ່ງເປັນວັນເດັກນ້ອຍສາກົນ ເປັນວັນຜູ້ຕົ້ນໄມ້ແຫ່ງຊາດ ຂອງ ສປປ ລາວ, ເຊີ່ງການກໍານົດເອົາວັນດັ່ງກ່າວ ເປັນວັນປູກຕົ້ນໄມ້ ເພື່ອເປັນການປູກຈິດສໍານຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນ ຂອງຊາດ ກໍ່ຄືຜູ້ເກີດໃຫມ່-ໃຫຍ່ລຸນ ໃຫ້ມີຄວາມຮັກ ແລະ ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ທັງເປັນການປຸກລະດົມທົ່ວປວງຊົນ ເຂົ້າໃນໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແນໃສ່ເຮັດໃຫ້ປ່າໄມ້ ມີຄວາມອຸດົມສົມບູນ, ກາຍເປັນທ່າແຮງ ແລະ ປະກອບສ່ວນສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ຈາກນະໂຍບາຍ ດັ່ງກ່າວ, ເຮັດໃຫ້ການປູກຕົ້ນໄມ້ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວໃນທົ່ວປະເທດ, ໃນແຕ່ລະປີ ໄດ້ມີພິທີປູກໄມ້ ຄຽງຄູ່ກັບການສະເຫລີມສະຫລອງວັນເດັກນ້ອຍສາກົນ ຢ່າງເປັນຂະບວນຟົດຟື້ນ ໂດຍມີການເຂົ້າຮ່ວມ ໃນທຸກຊັ້ນຄົນ ເຊີ່ງລ້ວນແລ້ວແຕ່ ໃຫ້ຄວາມສໍາຄັນ ແລະ ເຂົ້າຮ່ວມຢ່າງກວ້າງຂວາງ. ຜ່ານການປະຕິບັດໃນໄລຍະຜ່ານມາ ເຮັດໃຫ້ເນື້ອທີ່ໄມ້ປູກ ເພີ່ມຂື້ນ ຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1,384 ເຮັກຕາ ໃນປີ 1985 ເຊີ່ງເພີ່ມຂື້ນ 3 ເທົ່າ ເມື່ອທຽບການປູກໄມ້ ກ່ອນການກໍານົດວັນປູກຕົ້ນໄມ້ແຫ່ງຊາດ ແລະ ດ້ວຍການນໍາພາຢ່າງໃກ້ຊິດ ຂອງການນໍາ-ພັກລັດ ຂັ້ນຕ່າງໆ, ບວກກັບການຕື່ນຕົວ ຂອງປະຊາຊົນບັນດາເຜົ່າ ແລະ ການເປີດກວ້າງການລົງທຶນ ໄດ້ເຮັດໃຫ້ເນື້ອທີ່ປູກໄມ້ ນັບມື້ນັບເພີ່ມຂື້ນ ຢ່າງຕໍ່ເນື່ອງ. ມາຮອດປີ 2018 ລາວເຮົາ ມີເນື້ອທີ່ປູກໄມ້ ທັງໝົດ ໃນທົ່ວປະເທດ ເຖິງ 478,557 ເຮັກຕາ ຫລື ເທົ່າກັບ 95,7 ສ່ວນຮ້ອຍ ຂອງແຜນການປູກໄມ້ ຮອດປີ 2020 ຂອງລັດຖະບານ.
ສໍາລັບເບ້ຍໄມ້ ທີ່ນໍາມາປູກໃນພິທີ ມີເຖິງ 4,400 ເບ້ຍ, ເຊີ່ງເປັນໄມ້ພື້ນເມືອງ ທີ່ມີຄ່າ ເຊັ່ນ: ໄມ້ກະຍຸງ, ໄມ້ດູ່, ໄມ້ແຕ້ຂ້າ, ໄມ້ແຄນ ແລະ ໄມ້ຍາງ ໃນເນື້ອທີ່ປູກປະມານ 4 ເຮັກຕາ, ໃນເຂດຄຸ້ມຄອງສູນຄົ້ນຄວ້າວິທະຍາສາດ ປ່າໄມ້ ນໍ້າຊວງ. ເຊີ່ງມີຈຸດປະສົງ ແນໃສ່ປູກເພື່ອເປັນປ່າ ແລະ ເປັນແຫລ່ງຕົ້ນໄມ້ ພໍ່ພັນ-ແມ່ພັນ ທີ່ສະຫນອງແກ່ນໄມ້ ໃຫ້ແກ່ການປູກຕົ້ນໄມ້ ໃນອະນາຄົດ.
ເຂົ້າຮ່ວມໃນພິທີປູກຕົ້ນໄມ້ ໃນຄັ້ງນີ້ ມີ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ທ່ານນາງ ຍອດແກ້ວ ສຸພານຸວົງ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມນີ້ຍັງມີ ຮອງລັດຖະມົນຕີ ກະຊວງ, ກົມ, ສູນຄົ້ນຄວ້າ, ອໍານາດການປົກຄອງເມືອງນາຊາຍທອງ, ບັນດາບ້ານອ້ອມຂ້າງສູນ, ບັນດາພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ
Editor: ກຳປານາດ ລັດຖະເຮົ້າ