ເນື່ອງໃນໂອກາດຈັດງານວາງສະແດງ ແລະ ຈໍາຫນ່າຍສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ( ໂອດອບ ) ແລະ ສິນຄ້າຄອບຄົວຕົວແບບ ນະຄອນຫລວງວຽງຈັນ ປະຈໍາປີ 2018 ລະຫວ່າງວັນທີ 26 ພຶດສະພາ ເຖິງວັນທີ 3 ມີຖຸນາ 2018 ທີ່ສູນການຄ້າລາວໄອເຕັກ, ດັ່ງນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດໃຫ້ມີຫລາຍກິດຈະກໍາ ຄວຍຄູ່ກັນໄປ ແລະ ຫນຶ່ງໃນນັ້ນແມ່ນກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ການເຂົ້າຫາແຫລ່ງທຶນ ແລະ ການຕະຫລາດ ໃຫ້ຜູ້ປະກອບການສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ແລະ ສິນຄ້າຄອບຄົວຕົວແບບ ເພື່ອເຮັດໃຫ້ບັນດາຫົວຫນ່ວຍທຸລະກິດ ໄດ້ມີໂອກາດຊ່ອງທາງໃນການພັດທະນາສິນຄ້າຂອງຕົນ ໃຫ້ກາຍເປັນສິນຄ້າ ທີ່ຖືກຍອມຮັບຈາກບັນດາປະເທດອາຊຽນ ກໍ່ຄື ສາກົນ ໃນອະນາຄົດ. ກາຍເປັນສິນຄ້າທີ່ມີຄວາມຕ້ອງການຈາກຕະຫລາດ ໃນພາກພື້ນ ແລະ ປະເທດທີ່ມີເງື່ອນໄຂ ສົ່ງອອກ. ແລະ ເພື່ອເປັນການຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດ ທັງພາຍໃນ ແລະ ກ້າວໄປເຖິງການສົ່ງອອກ ໃຫ້ໄດ້ຮັບຜົນເປັນຈິງ ບັນດາສິນຄ້າ ຫລື ຫົວຫນ່ວຍຜະລິດ ຕ້ອງໄດ້ຮັບການພັດທະນາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້-ຄວາມສາມາດ ເຊີ່ງເປັນປັດໄຈສໍາຄັນ ແລະ ມີຄວາມຈໍາເປັນທີ່ສຸດ ໂດຍສະເພາະການຍົກລະດັບຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ຫົວຫນ່ວຍທຸລະກິດ, ຫົວຫນ່ວຍຜະລິດ ຕ້ອງໄດ້ຮຽນຮູ້ການນໍາໃຊ້ເຕັກນິກການບໍລິຫານຈັດການ ແບບໃຫມ່ ແລະ ມີຄວາມທັນສະໄຫມ. ຮຽນຮູ້ການດໍາເນີນທຸລະກິດແບບໃຫມ່ ທີ່ມີການແຂ່ງຂັນສູງ ໃນຕະຫລາດ ໃນຫລາຍໆຮູບແບບ ແລະ ຂະຫຍາຍຕະຫລາດ ເພື່ອສົ່ງອອກ.
ການສໍາມະນາ ກ່ຽວກັບແຫລ່ງທຶນ ແລະ ການຕະຫລາດ ໃນຄັງນີ້ ມີຜູ້ເຂົ້າຮ່ວມ ເກືອບ 100 ທ່ານ, ແລະ ຄາດຫມາຍຜູ້ເຂົ້າຮ່ວມຈະສາມາດເຮັດໃຫ້ພະນັກງານ, ຜູ້ປະກອບການ ສິນຄ້າ ໂອດອບ ແລະ ສິນຄ້າຄອບຄົວຕົວແບບ ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບຂັ້ນຕອນ, ລະບຽບການ ແລະ ເງື່ອນໄຊໃນການເຂົ້າຫາ-ເຊົ້າເຖິງແຫລ່ງທຶນຕ່າງໆ ໂດຍສະເພາະທຶນສົມທົບພັດທະນາທຸລະກິດຂະຫນາດນ້ອຍ-ກາງ ແລະ ເສດຖະກິດຄອບຄົວ. ພ້ອມກັນນັ້ນຍັງໄດ້ຮຽນຮູ້ແຜນການຕະຫລາດ ເປັນພື້ນຖານໃນການຜະລິດ ກາຍເປັນອຸດສາຫະກໍາ ແລະ ທັນສະໄຫມ ໃນອະນາຄົດຂ້າງຫນ້າ.
Editor: ກຳປານາດ ລັດຖະເຮົ້າ