ທ້າຍເດືອນພຶດສະພາ 2018 ນີ້. ຢູ່ທີຫໍປະຊຸມຂອງບ້ານບ້ານນາແກ່ນຄໍາ ກຸ່ມປູກຝ້າຍ ບ້ານນາແກ່ນຄໍາ ເມືອງຫົງສາ ແຂວງໄຊຍະບູລີ ໄດຈັດກອງປະຊຸມສະຫຼຸດວຽກງານ ສົ່ງເສີມການປູກຝ້າຍ ແລະ ການພັດທະນາກຸ່ມ (ໄລຍະ 5 ປີ ຜ່ານມາ),ໃຫ້ກຽດເຂົ້າຮວ່ມ ຂອງ ທ່ານ ສຸດທິຈິດ ຈິນຕະຍາບັນ ທີ່ປຶກສາ ພະແນກພັດທະນາສັງຄົມ ຂອງບໍລິສັດ ໄຟຟ້າຫົງສາ ຈໍາກັດ, ທ່ານ ອໍາພອນ ສຸວັນນະວົງ ຫົວໜ້າຝ່າຍ ພັດທະນາອາຊິບ ແລະ ພັດທະນາ ກຸ່ມຜູ່ຜະລິດ ພະແນກພັດທະນາ-ສັງຄົມ, ມີພະນັກງານທີ່ກຽ່ວຂ້ອງຂອງເມືອງ, ປະທານກຸ່ມ ແລະ ສະມາຊິກກຸ່ມເຂົ້າຮ່ວມພ້ອມພຽງ.
ກອງປະຊຸມ ທ່ານ ສັນ ສຸມຫຼ້າ ປະທານກຸ່ມປູກຝ້າຍພື້ນເມືອງຂອງບ້ານນາແກ່ນຄໍາ ກໍ່ໄດ້ຂື້ນຜ່ານບົດສະຫຼຸບ ໃນໄລຍະ (ໄລຍະ 5 ປີ ຜ່ານມາ) ແຕ່ປີ 2014 – 2017 ກຸ່ມດັ່ງກ່າວມີເນື້ອທີ່ ປູກຝ້າຍທັງໝົດ 11,4 ເຮັກຕາ,ໃນຈໍານວນ 107 ຄອບຄົວ, ຜະລິດໄດ້ 19,878 ກິໂລກະລາມ, ກອງປະຊຸມຄັ້ງນີ້ຍັງຜ່ານນະໂຍບາຍດ້ານການສົ່ງເສີມ ແລະ ການຕະລາດຂອງສະຫະກອນ, ຂື້ນຜ່ານເງື່ອນໄຂ ແລະ ວິທີການຄັດເລືອກຜູ້ປູກຝ້າຍດຸໜັ່ນ, ວາງແຜນການປູກຝ້າຍ ສົກປີ 2018 ຮ່ວມກັນ,ການກໍານົດເຂດການຜະລິດຝ້າຍ ຈັດກຸ່ມສະມາຊິກ ແລະ ແຈກແກ່ນຝ້າຍ, ເຮັດສັນຍາຊື້ຝ້າຍລະຫວ່າງ ຮ້ານຄ້າສະຫະກອນ ແລະ ຜູ່້ຜະລິດຝ້າຍ,ໃນຊຸມປີຜ່ານມາໄດ້ມີການໂຄສະນາ ແລະ ປຸກລະດົມປະຊາຊົນຜູ່ທີສົນໃຈຢາກປູກຝ້າຍ ຮ່ວມກັນປູກ, ການຂາຍຮ່ວມກັນ ທັງຜູ້ປູກ ທີ່ເປັນສະມາຊິກສົມບູນ ແລະ ຂະຫຍາຍ ສະມາຊິກໃໝ່ ໄດ້ ຈໍານວນ 36 ຄອບຄົວ ໄດ້ປູກຝ້າຍພື້ນເມືອງ ຄື: ຝ້າຍຂາວ ແລະ ຝ້າຍຕຸ່ນ ໃນພື້ນທີ່ເຂດການຜະລິດທີ່ສວນຢາງພາລາ, ເຂດແຄມບ້ານນາແກ່ນຄໍາ,ຫ້ວຍອູດ, ເຂດຫວ້ຍໄມຊາງ, ໃນໄລຍະຜ່ານມາການປູກຝ້າຍ ສາມາດຂາຍ ບໍລິໂພກພາຍໃນເມືອງ,ນອກຈາກນັ້ນ ຍັງໄດ້ຂາຍສົ່ງອອກຕ່າງປະເທດ, ສາມາດຜະລິດ ແປຮູບຝ້າຍ, ອອກມາເປັນແຜ່ນແຜ,ສີ້ນຝ້າຍ, ເສື້ອຝ້າຍ, ຜ້າພັນຄໍ ແລະ ຜະລິດຕະພັນສໍາເລັດຮູບທີ່ເປັນເອກະລັກຂອງເມືອງ.
ໃນໂອກາດດັ່ງກ່າວນີ້: ຍັງໄດ້ມອບລາງວັນໃຫ້ຜູ່ທີ່ດີເດັ່ນພາຍໃນກຸ່ມ ແລະ ລົງຢຽມຢາມສວນຝ້າຍຂອງສະມາຊິກ ຕື່ມອີກ
ທີມຂ່າວ ຈາກເມືອງຫົງສາ
Editor: ກຳປານາດ ລັດຖະເຮົ້າ