ທ້າຍເດືອນພຶດສະພາ ຜ່ານມາ ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂື້ນທີ່ກະຊວງກະສິກໍາ ແລະ ປ່າໄມ້, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມ ມີຮອງລັດຖະມົນຕີ, ຫົວຫນ້າກົມ-ຮອງກົມ. ຫົວຫນ້າຫ້ອງການ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂື້ນເພື່ອກະກຽມໃຫ້ແກ່ຮ່າງນະໂຍບາຍ ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ລວມທັງວຽກງານ 3 ສ້າງໃນໄລຍະໃຫມ່ ເຮັດໃຫ້ການຈັດຕັງປະຕິບັດ ວຽກງານພັດທະນາຊົນນະບົດ ຂອງປະເທດເຮົາ ໄດ້ມີບາດກ້າວໃຫມ່. ໃນກອງປະຊຸມ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການສະເໜີບົດຮຽນພັດທະນາຈຸດສຸມ, ບົດຮຽນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ບ້ານຄໍາປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ແຂວງສະຫວັນນະເຂດ, ບົດຮຽນການຈັດຕັ້ງປະຕິບັດ ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ, ບົດຮຽນໂຄງການແຊມວນ ອຸດົງ ຂອງ ສ ເກົາຫລີ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ແນວຄວາມຄິດພັດທະນາຊົນນະບົດ ຂອງ ສປ ຈີນ, ພ້ອມກັນນັ້ນ ຍັງໄດ້ຮັບຟັງການລາຍງານຄວາມຄຶບຫນ້າໂຄງການຕົວແບບລຶບລ້າງຄວາມທຸກຍາກ ຮ່ວມມື ລາວ-ຈີນ ຢູ່ 2 ຈຸດສຸມ, ບົດຮຽນກ່ຽວກັບການພັດທະນາຊົນນະບົດ ຢູ່ ສສ ຫວຽດນາມ ແລະ ກອງທຶນພື້ນຟູ ຊາວກະສິກອນ ຂອງໄທ. ຮັບຟັງທິດສະດີ ແລະ ນິຕີກໍາ ການກໍ່ສ້າງຮາກຖານ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຢູ່ ສປປ ລາວ.
ຫລັງຈາກນັນ ໃນກອງປະຊຸມ ຍັງໄດ້ມີການຖອດຖອນບົດຮຽນ ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ຂອງບັນດາຜູ້ເຂົ້າຮ່ວມ ເພື່ອນໍາເອົາຫມາກຜົນ ທີ່ໄດ້ຮັບນໍາໄປຈັດຕັ້ງຜັນຂະຫຍາຍ ໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ປະກົດຜົນເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ