ອີງຕາມການສະເໜີຂອງປະຊາຊົນເຂດພູແລ້ງ ທີ່ໜູທຳລາຍໄຮ່ເຂົ້າ ຈຳນວນ 3 ບ້ານຄື: ບ້ານຫ້ວຍຈ້ວງ, ບ້ານພູແລ້ງກາງ ແລະ ບ້ານພູແລ້ງໃຕ້. ດັ່ງນັ້ນ, ໃນທ້າຍເດືອນພຶດສະພາ 2018 ນີ້. ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງຫົງສາ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ນາຍບ້ານ ພ້ອມດ້ວຍປະຊາຊົນຂອບເຂດທຳການຜະລິດ ໄດ້ເຂົ້າຮ່ວມຕິດຕາມກວດກາເບິ່ງຜົນເສຍຫາຍໄຮ່ເຂົ້າ ທີ່ໜູໄດ້ກັດກິນ.
ໃນໂອກາດນີ້, ກໍ່ໄດ້ຮັບຟັງການລາຍງານ ກ່ຽວກັບ ຜົນເສຍຫາຍທີ່ຖືກທໍາລາຍຈາກໜູ. ຕາມການລົງກວດກາເກັບກຳຂໍ້ມູນຕົວຈິງ ຂອງໜ່ວຍງານປູກຝັງຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຫົງສາ ໃຫ້ຮູ້ວ່າ: ເນື້ອທີ່ໄຮ່ເຂົ້າຂອງປະຊາຊົນທີ່ທຳການຜະລິດມີທັງໝົດ 356 ກວ່າເຮັກຕາ. ໃນນີ້, ບ້ານພູແລ້ງໃຕ້ ມີ 23 ຄອບຄົວທຳການຜະລິດໃນເນື້ອທີ່ 14,8 ເຮັກຕາ, ມີຄວາມເສຍຫາຍ 7,3 ເຮັກຕາ. ບ້ານພູແລ້ງກາງ ມີ 76 ຄອບຄົວ ທຳການຜະລິດໃນເນື້ອທີ່ 99,1 ເຮັກຕາ, ມີຄວາມເສຍຫາຍ 24,8 ເຮັກຕາ. ບ້ານຫ້ວຍຈ້ວງ ມີ 278 ຄອບຄົວ ທໍາການຜະລິດໃນເນື້ອທີ່ 242,4 ເຮັກຕາ, ມີຄວາມເສຍຫາຍ 137,9 ເຮັກຕາ. ລວມຜົນເສຍຫາຍທັງໝົດ 170 ເຮັກຕາ.
ພ້ອມນີ້, ທ່ານເຈົ້າເມືອງຫົງສາ ກໍ່ໄດ້ໃຫ້ທິດຊີ້ນໍາຕໍ່ກັບບັນຫາທີ່ເກີດຂຶ້ນ ເຊິ່ງທ່ານໄດ້ແນະນໍາໃຫ້ພະນັກງານວິຊາການຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ລົງໃກ້ຊິດຕິດແທດ, ກວດກາຕິດຕາມເກັບກຳຂໍ້ມູນລະອຽດ, ຈັດຊື້ອຸປະກອນ ແລະ ສາທິດການເຮັດກັບດັກຈັບໜູ ດ້ວຍພູມປັນຍາຂອງຊາວບ້ານ ແລະ ສະໜອງແນວພັນພຶດປະເພດ: ໝາກງ່າ ໃຫ້ປະຊາຊົນໄດ້ປູກທົດແທນ. ເພື່ອເປັນການຊຸກຍູ້, ສົ່ງເສີມການຜະລິດຂອງປະຊາຊົນໃຫ້ກຸ້ມກິນ ແລະ ຜະລິດເປັນສິນຄ້າຕື່ມອີກ.
ແລະ ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນທີ 29 ພຶດສະພາ 2018 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສົບທົບກັບອຳນາດການປົກຄອງເມືອງຫົງສາ ລົງຕິດຕາມກວດກາເບິ່ງຜົນເສຍຫາຍໄຮ່ເຂົ້າຂອງປະຊາຊົນທີ່ໜູໄດ້ກັດກິນ. ພ້ອມທັງຮັບຟັງການລາຍງານເຖິງສາເຫດທີ່ເກີດຂຶ້ນ ແລະ ຜົນເສຍຫາຍທີ່ຖືກທຳລາຍຈາກໜູໃນຄັ້ງນີ້.
ສາເຫດແມ່ນເກີດຂຶ້ນຈາກການກັດກິນຂອງໜູພັນພື້ນບ້ານ. ປະຈຸບັນ ວິຊາການໜ່ວຍງານປູກຝັງຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົງສາ ໄດ້ລົງສົບທົບກັບອຳນາດການປົກຄອງບ້ານ ແລະ ປາຊາຊົນເຂດທຳການຜະລິດ ຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນ. ດ້ວຍການຂຸດຂຸມ, ໃສ່ກັບດັກຈັບໜູ, ໃສ່ຕານ່າງດັກໜູເປັນຕົ້ນ. ຕໍ່ຈາກນັ້ນ, ທ່ານຍັງໄດ້ເຄື່ອນໄຫວລົງຊຸກຍູ້ການຜະລິດເຂົ້ານາປີ, ການປູກພືດຜັກທັນຍາຫານ ແລະ ກວດກາການສ້າງທາງຕັດໃໝ່ ເມືອງຫົງສາ ແຂວງໄຊຍະບູລີ ຫາ ເມືອງຈອມເພັດ ແຂວງຫຼວງພະບາງ ຕື່ມອີກ
ແຫລ່ງຂ່າວ ເມືອງຫົງສາ ແຂວງໄຊຍະບູລີ
Editor: ກຳປານາດ ລັດຖະເຮົ້າ