ໃນລະຫວ່າງວັນທີ 7-9 ມີຖຸນາ 2018 ທີ່ຈະມາເຖິງ ທີ່ຫໍປະຂຸມແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານຈະໄດ້ພົບກັບງານສຸດຍິງໃຫຍ່ 3 ງານ ໃນຫນຶ່ງດຽວ ທີ່ໄດ້ລວມເອົາງານອັນດັບຕົ້ນໆໃນ ສປປ ລາວ ມາໂຮມກັນ ຫລື ເອີ້ນງານນີ້ວ່າ Lao Top 3 EXPO 2018 ເຊີ່ງປະກອບດ້ວຍ
- ງານວາງສະແດງອຸດສາຫະກໍາອາຄານ, ການກໍ່ສ້າງ ແລະ ວິສາວະກໍາກົນຈັກ ລະດັບສາກົນທີ່ໃຫຍ່ທີ່ສຸດໃນປະເທດລາວ ( Lao Build 2018 )
- ງານສະແດງການບໍລິການ,ອາຫານ ແລະ ເຄື່ອງດື່ມ ລະດັບສາກົນ ທີ່ໃຫຍ່ທີ່ສຸດໃນປະເທດລາວ ( Lao Food & Hotel 2018 )
- ງານສະແດງຍານພະຫານະ ແລະ ການບໍລິການຫລັງການຂາຍ ລະດັບສາກົນ ອັນດັບຫນຶ່ງ ໃນ ສປປລາວ ( Lao Auto 18 )
ຮ່ວມຈັດໂດຍສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມສະຖາປານິດ ແລະ ວິສະວະກໍາພົນລະເຮືອນລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ ແລະ ກຸ່ມບໍລິສັດ AMB Tarsus ເຊີ່ງທັງ 3 ງານ ດັ່ງກ່າວ ແມ່ນຈະໄດ້ພົບກັບ 200 ກວ່າບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງສິນຄ້າຊັ້ນນໍາ ຈາກ 15 ປະເທດ ປະກອບມີ ຈີນ, ອີຕາລີ, ເກົາຫລີ, ມາເລເຊຍ, ສິງກະໂປ, ໄຕ ຫວັນ ແລະ ໄທ. ງານຄັ້ງນີ້ ຄາດວ່າຈະດຶງດູດລູກຄ້າ ແລະ ຜູ້ເຂົ້າຊົມ ຫລາຍພັນຄົນ ທີ່ສາມາດຄົ້ນພົບໂອກາດທາງດ້ານທຸລະກິດໃຫມ່, ເບີ່ງຜະລິດຕະພັນຫລ້າສຸດ ແລະ ວິທີການແກ້ໄຂ ປະກອບດ້ວຍວັດສະດຸການນໍາໃຊ້, ອຸປະກອນການກໍ່ສ້າງ, ພະລັງງານ ແລະ ໄຟຟ້າ, ເຄື່ອງຄວາມເຢັນ, ຜູ້ນໍາດ້ານໂຮງແຮມ, ອາຫານ ແລະ ເຄື່ອງດື່ມ, ຍານພະຫານະ ນະວັດຕະກໍາທັນສະໄຫມ ແລະ ອື່ນໆ.
ພິເສດ ຈຸດເດັ່ນຂອງງານ ອາຫານ ແລະ ເຄື່ອງດື່ມ ແມ່ນຈະໄດ້ມີການແຂ່ງຂັນການບໍລິການ ແລະ ປຸງແຕ່ງອາຫານ ປະຈໍາຊາດ ໂດຍສະມາຄົມໂຮງແຮມ ແລະ ຮ້ານອາຫານ ໂດຍຈະໄດ້ມີການປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ການຊົງກາເຟ, ການຕົບແຕ່ງໂຕະອາຫານ, ການອອກແບບຕຽງ, ການຕົບແຕ່ງຫນ້າແຄັກ ແລະ ການເຮັດເຂົ້າຈີ່ ແບບນານາຊາດ. ຢ່າລຶມໄປຮ່ວມງານໄດ້ ໃນລະຫວ່າງວັນທີ 7-9 ມີຖຸນາ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ.
ກ່ອນເຖິງມື້ງານ ຄະນະຮັບຜິດຊອບ ແມ່ນໄດ້ຈັດງານຖະແຫລງຂ່າວຂື້ນ ທີ່ໂຮງແຮມຈັນທະປັນຍາ, ເພື່ອເປັນການແຈ້ງຕໍ່ສື່ມວນຊົນ ເພື່ອໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ຢ່າງກວ້າງຂວາງ. ເຊີ່ງງານຖະແຫລງຂ່າວດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 30 ພຶດສະພາ 2018 ນີ້.