ຜ່ານການດຳເນີນການຝຶກອົບຮົມການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ 6 ໃຫ້ແກ່ນັກເດີນສຳຫຼວດຂອງ 17 ແຂວງ ແລະ 1 ນະຄອນຫຼວງ ຈຳນວນ 150 ກວ່າທ່ານ ເປັນເວລາ 10 ວັນ. ເລີ່ມແຕ່ວັນທີ 20-30 ພຶດສະພາ 2018 ຜ່ານມາ ຢູ່ທີ່ທ່າລາດ ແຂວງວຽງຈັນ ສູນສະຖິຕິແຫ່ງຊາດໄດ້ເປີດບັ້ນສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ທົ່ວປະເທດ ຄັ້ງທີ 6, ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ປະຣິນຍາເອກ ສະໄໝຈັນ ບຸບຜາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າສູນສະຖິຕິແຫ່ງຊາດ ເຊິ່ງທ່ານໄດ້ກ່າວວ່າ: ສູນສະຖິຕິແຫ່ງຊາດໄດ້ຈັດຕັ້ງປະຕິບັດການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນມາແລ້ວ 5 ຄັ້ງ ເລີ່ມແຕ່ປີ 1992 ຫາ 2013 ເຊິ່ງມີໄລຍະຫ່າງແມ່ນ 5 ປີໃດຈັດຕັ້ງປະຕິບັດເທື່ອໜຶ່ງ.
ການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ແມ່ນການສຳຫຼວດແບບຕົວແທນລະດັບຊາດ ເພຶ່ອຕີລາຄາບັນຫາລະດັບປະເທດ ແລະ ລະດັບພາກ, ການສຳຫຼວດນີ້ແມ່ນໄດ້ນອນຢູ່ໃນແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ສົກປີ 2010-2020. ນັບແຕ່ການສຳຫຼວດຄັ້ງທີ 5 ເປັນຕົ້ນມາ ລັດຖະບານ ໄດ້ຕົກລົງເຫັນດີໃຫ້ການສຳຫຼວດນີ້ ເປັນການສຳຫຼວດປົກກະຕິທຸກໆ 5 ປີ. ມາຮອດປີ 2017-2018 ແມ່ນຄົບວາລະໃນການຈັດຕັ້ງປະຕິບັດການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ 6 ເຊິ່ງແມ່ນສູນສະຖິຕິແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດການສຳຫຼວດດັ່ງກ່າວ, ການສໍາຫຼວດຄັ້ງນີ້ແມ່ນຈະໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ ຄື ແທັບເລັດ (Tablet) ເຂົ້າໃນການປະຕິບັດການສຳຫຼວດ, ເຊິ່ງເປົ້າໝາຍຂອງການສຳພາດແມ່ນຄົວເຮືອນສ່ວນບຸກຄົນ, ໃນການສຳຫຼວດຄັ້ງນີ້ ມີ 636 ບ້ານຕົວແທນ ກວມເອົາ 148 ເມືອງໃນຂອບເຂດທົ່ວປະເທດ.
ຂໍ້ມູນຈາກການສຳຫຼວດດັ່ງກ່າວ ແມ່ນຈະນຳໃຊ້ເຂົ້າໃນການກຳນົດມາດຖານຄວາມທຸກຍາກ, ຄາດຄະເນມູນຄ່າການໃຊ້ຈ່າຍຊົມໃຊ້ຜະລິດຕະພັນຕ່າງໆ ນັບທັງຜະລິດເອງ ແລະ ຊື້ມາຂອງຄົວເຮືອນ, ສ້າງບັນຊີການຜະ ລິດພາກຄົວເຮືອນ, ສະພາບການຜະລິດກິສິກຳ, ການຜະລິດຫັດຖະກໍາ-ອຸດສາຫະກຳ ແລະ ການບໍລິການ, ການຊົມໃຊ້ ແລະ ການໃຊ້ຈ່າຍ, ການປຸກສ້າງທີ່ຢູ່ອາໃສ, ການຄາດຄະເນກຳລັງແຮງງານຢູ່ບັນດາຂະແໜງການ ເສດຖະກິດຕ່າງໆ, ການນໍາໃຊ້ເວລາໃນການປະຕິບັດກິດຈະກຳຕ່າງໆ, ສະພາບການສຶກສາ, ສາທາລະນະສຸກ, ການຢັ້ງຢືນທາງດ້ານໂພສະນາການ ເຊິ່ງສາມາດຄາດຄະເນໄດ້ໂຄງປະກອບດ້ານມູນຄ່າເສດຖະກິດ-ສັງຄົມ ໂດຍສະເພາະແມ່ນອັດຕາການປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ ຂອງການຜະລິດພາກຄົວເຮືອນ, ໂຄງປະກອບການໃຊ້ຈ່າຍຊົມໃຊ້, ການລົງທຶນຂອງພາກຄົວເຮືອນຕໍ່ມູນຄ່າລວມ GDP ແງ່ການໃຊ້ຈ່າຍ ແລະ ບັນດາດັດສະນີຕົວຊີ້ບອກຕ່າງໆ ເພຶ່ອຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາຄາດໝາຍສະຫັດ ສະວັດ MDG ແລະ ການພັດທະນາແບບຍືນຍົງ SDG
ແຫລ່ງຂ່າວ ຈາກທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ