ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ, ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນທົ່ວປະເທດ ສະເຫລີມສະຫລອງວັນງົດສູບຢາໂລກ 31 ພຶດສະພາ. ໃນປີນີ້ວັນງົດສູບຢາໂລກ ພາຍໃຕ້ຫົວຂໍ້: ຢາສູບເປັນສາຍເຫດພາໃຫ້ເກີດພະຍາດຫົວໃຈ-ເສັ້ນເລືອດ ເຊີ່ງເປັນພະຍາດທີ່ເຮັດໃຫ້ຄົນເສຍຊີວິດຫລາຍທີ່ສຸດ ອົງການອະນາໄມໂລກໄດ້ແຈ້ງວ່າ ໃນທົ່ວໂລກ ຈໍານວນຜູ້ເສຍຊີວິດຍ້ອນພະຍາດຫົວໃຈ-ເສັ້ນເລຶອດ ທີ່ມີສາເຫດມາຈາກການສູບຢາ ກວມເອົາ 12 ສ່ວນຮ້ອຍ ແລະ ມີຜູ້ເສຍຊີວິດ ຍ້ອນການສູບຢາ ແມ່ນສູງເຖິງ 7 ລ້ານຄົນ/ປີ.
ເນື່ອງໃນວັນງົບສູບຢາໂລກ 31 ພຶດສະພາ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງການ ກ່ຽວກັບວັນດັ່ງກ່າວ ເພື່ອໃຫ້ທຸກຄົນຮູ້ເຖິງຜົນຮ້າຍຂອງການສູບຢາ ສົ່ງຜົນໃຫ້ເກີດພະຍາດຫລາຍຍ່າງ ລວມໄປເຖິງຕົວເລກຜູ້ເສຍຊີວິດ ຈາກການສູບຢາ.
ສໍາລັບ ສປປ ລາວ ອິງຕາມການສໍາຫລວດແຫ່ງຊາດ ກ່ຽວກັບການສູບຢາ ໃນກຸ່ມອາຍຸ 15 ປີຂື້ນໄປ ພົບວ່າ: ຄົນລາວສູບຢາເພີ່ມຂື້ນ ຈາກ 26 ສ່ວນຮ້ອຍ, ໃນປີ 2012 ມາເປັນ 28 ສ່ວນຮ້ອຍ ໃນປີ 2015 ແລະ ຈາກການສໍາຫລວດດັ່ງກ່າວສະແດງໃຫ້ເຫັນວ່າ ຄົນລາວເສຍຊີວິດ 13 ຄົນ/ມື້ ເຊີ່ງເປັນຕົວເລກທີ່ສູງ ແລະ ຫນ້າຕົກໃຈ.
Editor: ກຳປານາດ ລັດຖະເຮົ້າ