ໃນມື້ວັນທີ 26-27 ພຶດສະພາ 2018 ທີ່ຜ່ານມາ ປະຊາຊົນທີ່ຢູ່ໃນເທດສະບານ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ສ້າງຂະບວນການອອກແຮງງານຕ້ອນຮັບວັນປະກາດເມືອງຊຳໃຕ້ ເປັນເມືອງ ຊາວໜຸ່ມ 4 ບຸກ, ປະກາດບ້ານພັນສະຫວັນ ເປັນບ້ານສາທາລະນະສຸກແບບຢ່າງ, ບ້ານແມ່ຍິງສາມດີ ແລະ ບ້ານສາມັກຄີປອງດອງແນວລາວສ້າງຊາດ.
ຂະບວນການອອກແຮງງານໃນເທື່ອນີ້ມີປະຊະຊົນເຂົ້າຮ່ວມປະມານ 1 ພັນກວ່າຄົນ. ຂະບວນການອອກແຮງງານແມ່ນໄດ້ກຳນົດເອົາ 2 ມື້ ຄື: ວັນທີ່ 26 ແລະ ວັນທີ 27. ມື້ວັນທີ 26 ແມ່ນໄດ້ອອກແຮງງານອະນາໄມຖະໜົນຫົນທາງ ຮອງລະບາຍນ້ຳ, ຖາງຫຍ້າຕາມແຄມທາງ ຈາກບ້ານຄໍ້ ເຖິງ ຊາຍແດນເມືອງ ມີຄວາມຍາວ 30 km, ໂດຍໄດ້ແບ່ງໃຫ້ແຕ່ລະບ້ານ, ແຕ່ລະໜ່ວຍຮັບຜິດຊອບໃນຂອບເຂດຂອງໃຜລາວ, ສ່ວນມື້ວັນທີ 27 ໄດ້ອະນາໄມ ຮອງລະບາຍນ້ຳ, ຖາງຫຍ້າໃນຂອບເຂດອ້ອມຮອບໂຮຽນປະຖົມ - ອະນຸບານບ້ານພັນສະຫວັນ. ຂະບວນການອອກແຮງງານດັ່ງກ່າວແມ່ນເພື່ອກະກຽມຕ້ອນຮັບວັນປະກາດເມືອງຊຳໃຕ້ ເປັນເມືອງຊາວໜຸ່ມ 4 ບຸກ, ປະກາດບ້ານພັນສະຫວັນເປັນບ້ານສາທາລະນະສຸກແບບຢ່າງ, ບ້ານແມ່ຍິງ 3 ດີ ແລະ ບ້ານສາມັກຄີປອງດອງແນວລາວສ້າງຊາດ ໃນວັນທີ 29 – 30 ພຶດສະພາ 2018 ນີ້້ ຢ່າງເປັນຄະບວນຟົດຟື້ນ. ຊາວເມືອງຊຳໃຕ້ ສ້າງຂະບວນການອະນາໄມລວມ ເພື່ອເປັນການຄຳນັບຮັບຕ້ອນການປະກາດເມືອງຊຳໃຕ້ ເປັນເມືອງຊາວໜຸ່ມ 4 ບຸກ, ປະກາດບ້ານພັນສະຫວັນເປັນບ້ານສາທາລະນະສຸກແບບຢ່າງ, ບ້ານແມ່ຍິງ 3 ດີ ແລະ ບ້ານສາມັກຄີປອງດອງແນວລາວສ້າງຊາດ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ເຕັມໄປດ້ວຍບັນຍາກາດ ແລະ ຂະບວນການຟົດຟື້ນ ມາໃນວັນທີ 26 – 27 ພຶດສະພາ 2018 ນີ້ ຊາວເມືອງຊຳໃຕ້ໄດ້ອອກແຮງງານລວມ ຢູ່ຂອບເຂດເມືອງຂອງຕົນຮັບຜິດຊອບ ເຊິ່ງໄລຍະຍາວ 30 ກວ່າ ກິໂລແມັດ ໃນການອອກແຮງງານໃນຄັ້ງນີ້ ເຂົາເຈົ້າໄດ້ຖາງຫຍ້າອ້ອມຕາມສອງຝາກທາງທາງລົດ, ຂຸດຮ່ອງລະບາຍ, ຂຸດດິນຖົມບ່ອນທີ່ເປັນຂຸມ, ເຮັດໃຫ້ການສັນຈອນໄປມາ ສະດວກ ແລະ ສະອາດງາມຕາ ໃນຂະບວນການອອກແຮງງານລວມໃນເທື່ອນີ້ ມີແຮງງານທັງໝົດ 1,000 ກວ່າຄົນ
Editor: ກຳປານາດ ລັດຖະເຮົ້າ