ເມື່ອບໍ່ດົນມານີ້, ນັກສະແດງເຕັ້ນບັນເລ້ ອັງກິດ-ອາເມລິກາ ທ່ານນາງ ມາເຣຍ ຊັສຈາເຄນ (Maria Sas Cha Khan ) ໄດ້ເດີນທາງຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ເພື່ອມາທ່າຍທອດປະສົບການ ແລະ ບົດຮຽນກ່ຽວກັບການເຕັນບັນເລ້ ໃຫ້ນັກເຕັ້ນບັນເລ້ລາວ ໄດ້ມີທັກສະທີ່ດີຂື້ນ, ຕິດພັນກັບການແລກປ່ຽນສີລະປະ-ວັດທະນະທໍາ ເຊີ່ງກັນ ແລະ ກັນ ໂດຍສະເພາະ ລາວ ແລະ ອັງກິດ. ການເດີນທາງຄັ້ງນີ້ ໂດຍໄດ້ຮັບການສະຫນັບສະຫນູນ ຈາກສະຖານທູດອັງກິດ, ໂຮງຮຽນນານາຊາດ ປັນຍາທິບ ແລະ ອີກຫລາຍພາກສ່ວນ. ທີ່ໄດ້ໃຫ້ຄວາມສໍາຄັນ ໃນເລື່ອງນີ້.
ທ່ານນາງ Maria Sas Cha Khan ໄດ້ນໍາສະເຫນີກ່ຽວກັບສາຍອາຊີບຂອງຕົນ ແລະ ໄດ້ສອນນັກຮຽນໃນການເຕັ້ນບັນເລ້, ການສ້າງແຮງບັນດານໃຈ ໃນການຮຽນເຕັ້ນບັນເລ້ ໃຫ້ກັບຫລາຍໆຄົນ. ການເດີນທາງມາ ຂອງທ່ານນາງ Maria Sas Cha Khan ໄດ້ຖ່າຍທອດທັກສະ ແລະ ເຕັກນິກດ້ານຕ່າງ ໃນການຮຽນຮູ້ການເຈັ້ນບັນເລ້ ເພື່ອໃຫ້ຖຶກຕ້ອງ-ສວຍງາມ, ມີສະເໜ່ ແລະ ສະຫງ່າງາມ, ອ່ອນໂຍນ, ລວມໄປເຖິງຄວາມອົດທົນພະຍາຍາມ ການພັດທະນາບຸກຄະລິກກະພາບຂອງຮ່າງກາຍ, ການຄວບຄຸມ ຮ່າງກາຍ, ການຊົງຕົວ, ກ້າມຊີ້ນ, ຂໍ້ ແລະ ກະດູກ, ການກາຍະບໍລິຫານຮ່າງກາຍ ໃນທ່າຕ່າງໆ ເພື່ອເຮັດໃຫ້ການຮຽນຮູ້ ຫລື ຮຽນເຕັ້ນບັນເລ້ ໄດ້ດີ.
Editor: ກຳປານາດ ລັດຖະເຮົ້າ