ທ້າຍເດືອນພຶດສະພາ 2018 ນີ້ ຢູ່ທີໂຮງແຮມ ສາຍພູຈວມ ເມືອງທ່າແຕງ, ແຂວງເຊກອງ ໄດ້ຈັດພິທີຝຶກອົບຮົມວິທີການຍ້ອມສີທຳມະຊາດ ໃຫ້ແກ່ 3 ເມືອງຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສົມເພັດ ເອີດລັດດາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ-ເມືອງທ່າແຕງ, ມີ ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສະຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ສິມມາ ດວງເສລີ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງເຊກອງ, ພ້ອມດ້ວຍຄູຝຶກ ແລະ ນັກສຳມະນາກອນມາຈາກ 3 ເມືອງ ຄື: ເມືອງທ່າແຕງ, ເມືອງລະມາມ ແລະ ເມືອງດາກຈຶງ ເຂົ້າຮ່ວມ.
ໃນພິທິດັ່ງກ່າວ ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສະຫະກຳ ແລະ ຫັດຖະກຳ ໄດ້ກ່າວເປີດພິທີເຊິ່ງທ່ານກ່າວວ່າ: ຈຸດປະສົ່ງ ຂອງການຝຶກອົບຮົມໃນຄັ້ງນີ້້: ບັນດານັກສຳມະນາກອນ ຈະໄດ້ຮຽນຮູ້້ວິທີການຍ້ອມສີທຳມະຊາດພາຍໃນທ້ອງຖິ່ນ, ເຊິ່ງເປັນວຽກງານໜື່ງທີ່ສໍາຄັນ ແລະ ເປັນວຽກໜ່ືງທີ່ເປັນບູລິມະສິດຂອງກົມອຸດສະຫະກຳ ແລະ ຫັດຖະກຳ ເວົ້າລວມ , ເວົ້າສະເພາະແມ່ນຂອງພະແນກອຸດສະຫະກຳ ແລະ ການຄ້າ ແຂວງເຊກອງ, ເນື່ອງຈາກວ່າວຽກງານດັ່ງກ່າວເປັນວຽກສ້າງອາຊີບ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ມີລາຍຮັບດີຂື້ນ, ອີກດ້ານໜື່ງແມ່ນເປັນການອະນຸລັກ, ຮັກສາພູມປັນຍາທ້ອງຖິ່ນ, ທີເປັນສີໄມ້ລາຍມືອັນເປັນເອກະລັກສະເພາະຂອງປະຊາຊົນທີ່ມີມາແຕ່ດຶກດໍາບັນດົນນານ ສະນັ້ນ, ພວກເຮົາຕ້ອງໄດ້ມີການປົກປັກຮັກສາການຍ້ອມສີທຳມະສາດໄວ້ໃຫ້ຍືນຍົງຕະຫຼອດໄປ.
ໂອກາດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມເພັດ ເອີດລັດດາ ຮອງເຈົ້າເມືອງ-ເມືອງທ່າແຕງ, ຜູ້ຊີ້ນໍາຂົງເຂດເສດຖະກິດ-ສັງຄົມ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ກົມອຸດສະຫະກໍາແລະ ຫັດຖະກໍາ ທີເຫັນໄດ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ພ້ອມທັງໄດ້ເນັ້ນໃຫ້ຄູຝຶກ ແລະ ນັກສຳມະນາກອນ ຈົ່ງເອົາໃຈໃສ່ໃນການເຂົ້າຮ່ວມຝຶກອົບຮົມການຍ້ອມສີທຳມະຊາດໃນຄັ້ງນີ້ ໃຫ້ສຸດກົກສຸດປາຍ, ຕັ້ງໜ້າຮໍ່າຮຽນດ້ານວິຊາສະເພາະຂອງຕົນ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ພ້ອມນີ້ ຍັງໄດ້ສາທິດວິທີການຍ້ອມສີທຳທຳມະຊາດໃຫ້ແກ່ນັກສຳມະນາກອນຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ