ເມືອບໍ່ດົນທີ່ຜ່ານມາ ສະພາປະຊາຊົນແຂວງໄຊສົມບູນ ລົງເຄື່ອນໄຫວວຽກງານຢູ່ເມືອງລ້ອງແຈ້ງ ພາຍໃຕ້ການນໍາພາຂອງ ທ່ານ ຄໍາແດງ ສີລາວົງ ສະມາຊິກສະພາແຫ່ງຊາດ ຮອງປະທານ ຄະນະປະຈໍາ ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງີນ ສະພາປະຊາຊົນແຂວງໄຊສົມບູນ, ມີ ທ່ານນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈໍາ ປະທານຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ປະຈໍາເມືອງລ້ອງແຈ້ງ ພ້ອມໂດຍພະນັກງານວິຊາການ ລວມທັງໝົດ 7 ທ່ານ, ຍີງ 1 ທ່ານ
ໂດຍການລົງເຄື່ອນໄຫວວຽກງານຢູ່ເມືອງລ້ອງແຈ້ງ ໃນຄັ້ງນີ້ ປະກອບມີ 4 ຈຸດປະສົງດັ່ງນີ້:
1. ລົງຕິດຕາມກວດກາ ຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 3 ຕໍ່ກັບປະຊາຊົນຕາມຄໍາສະເໜີຂອງປະຊາຊົນ ທີ່ສະເໝີມາຍັງສະພາປະຊາຊົນແຂວງໄຊສົມບູນ ໂດຍຜ່ານການຄົ້ນຄ້ວາປືກສາຫາລື ໃນກອງປະຊຸມ ຮ່ວມກັບອຳນາດການປົກຄອງເມືອງລ້ອງແຈ້ງ ແລະ ຄະນະກຳມະການຮັບຜິດຊອບໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ສະພາປະຊາຊົນ ແຂວງໄຊສົມບູນ ກໍ່ໄດ້ມີການແຈ້ງຕອບ ໃຫ້ປະຊາຊົນຮັບຮູ້ ໂດຍອີງຕາມແຈ້ງການຂອງເມືອງ ແລະ ບົດບັນທຶກການຊົດເຊີຍ ໃນໄລຍະຜ່ານມາ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຕາມລະບຽບການ
2. ລົງຕິດຕາມຊູກຍູ້ບັນດາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 5 ຕື້ລົງມາ ທີ່ສະພາປະຊາຊົນແຂວງໄດ້ຮັບຮອງເອົາ ໃນກອງປະຊຸມ ສະໄໝສາມັນເທື່ອທີ່ 4 ເຊີ່ງປະກອບມີ ໂຄງການກໍ່ສ້າງໂຮງໝໍນ້ອຍ ມີມູນຄ່າການກໍ່ສ້າງໃນສັນຍາ 1 ຕື້ກີບ ແລະ ໂຄງການກໍ່ສ້າງລະບົບນໍ້າລີນ ບ້ານນໍ້າຜາໃຫຍ່ ມູນຄ່າ 6 ຮ້ອຍລ້ານກີບ, ໂຄງການກໍ່ສ້າງຫ້ອງການບ້ານຫຼວງພັນໄຊ ມີມູນຄ່າໃນສັນຍາ 4 ຮ້ອຍລ້ານກີບ ຜ່ານການລົງເຄື່ອນໄຫວຕົວຈີງ ເຫັນວ່າທັງ 3ໂຄງການ ກໍ່ໄດ້ມີການວາງໂຄງສ້າງພື້ນຖານສໍາເລັດແລ້ວຈໍານວນໜື່ງ.
3. ເພື່ອປະກາດກົງຈັກການຈັດຕັ້ງໜ່ວຍຊະມາຊີກສະພາປະຊາຊົນ ແຂວງໄຊສົມບູນ ປະຈໍາເມືອງລ້ອງແຈ້ງ ຊື່ງໃນກອງປະຊຸມໄດ້ເຜີຍແຜ່ມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງໜ່ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ແນໃສ່ເຮັດໃຫ້ທຸກການຈັດຕັ້ງອອ້ມຂ້າງເມືອງ ແລະ ພໍ່ແມ່ປະຊາຊົນຮັບຮູ້, ເຂົ້າໃຈ ເຖີງໂຄງຮ່າງການຈັດຕັ້ງ, ສິດ, ພາລະບົດບາດ ຂອງວຽກງານດັ່ງກ່າວນີ້ ໃຫ້ຫຼາຍຂຶ້ນ ຈາກນັ້ນ ໃນກອງປະຊຸມໄດ້ປະກາດແຕ່ງຕັ້ງຫົວໜ້າໜ່ວຍ ສສຂ ປະຈໍາເມືອງ 1 ທ່ານ ແລະ ຜູ້ຊ່ວຍວຽກ 1 ທ່ານ.
ຈຸດປະສົງທີ 4 ກໍ່ເປັນການເປີດກອງປະຊຸມປືກສາຫາລືວຽກງານຂອງ ສະມາຊິກສະພາ ເພດຍີງປະຈໍາເມືອງຮ່ວມກັບສະຫະພັນແມ່ຍີງເມືອງ,ແນ່ໃສ່ເຮັດໃຫ້ການປະສານສົມທົບການປະຕິບັດ ໜ້າທີ່ວຽກງານຂອງ ສສ ເພດຍີງ ແລະ ສະຫະພັນແມ່ຍີງເມືອງລ້ອງແຈ້ງ ໄດ້ມີການຮ່ວມມືຮອບດ້ານໃນອານາຄົດ
Editor: ກຳປານາດ ລັດຖະເຮົ້າ