ວັນທີ 28 ພຶດສະພາ 2018 ນີ້ຢູ່ທີ່ຫ້ອງການອົງການພະພຸດທະສາດສະໜາສຳພັນລາວ ເມືອງຊະນະສົມບູນ. ໄດ້ເປີດກອງປະຊຸມອອກປື້ມສຳມະໂນ ແລະ ໜັງສືສຸດທິ ໃຫ້ກັບພຣະສົງ-ສຳມະເນນພາຍໃນ ແຕ່ລະວັດທົ່ວເມືອງຂຶ້ນ ຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີ ພຣະອາຈານໃຫ່ຍ ຄຳພັກ ພົມມະໄຊ ຮອງປະທານ ອພສ ແຂວງຈຳປາສັກ.ປະທານ ອພສ ເມືອງຊະນະສົມບູນ, ທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ. ພ້ອມດ້ວຍຫົວໜ້າຫ້ອງການ ອພສ ເມືອງ.ຕະຫຼອດຮອດພຣະສົງ-ສຳມະເນນແຕ່ລະວັດພາຍໃນ 5 ເຂດທົ່ວເມືອງ ນອກຈາກນີ້ຍັງມີຫົວໜ້າ ແລະ ຮອງຫົວໜ້າຫ້ອງການທີ່ຖຶກເຊີນເຂົ້າຮ່ວມມີ ຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ,ຫ້ອງການພາຍໃນເມືອງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ.
ໃນໂອກາດດຽວກັນນີ້: ພຣະອາຈານໃຫ່ຍ ຄຳພັກ ພົມມະໄຊ ຮອງປະທານ ອພສ ແຂວງຈຳປາສັກ ປະທານ ອພສ ເມືອງຊະນະສົມບູນ. ໃນນາມຕ່າງໜ້າໃຫ້ແກ່ພຣະເຖລາ,ນຸເຖລະທົ່ວເມືອງ ກ່າວວ່າ:ຈຸດປະສົງຂອງການເປີດກອງປະຊຸມໃນຄັ້ງນີ້ ເພື່ອປະຕິບັດຕາມທິດຊີ້ນໍາຂອງສູນກາງອົງການພຣະພຸດທະສາດສະໜາສຳພັນລາວ ຄື: ດຳລັດຂອງນາຍຍົກລັດຖະມົນຕີ ວ່າດ້ວຍການປະກາດໃຊ້ລັດຖະທຳມະນູນປົກຄອງສົງ ( ສະປັບປັບປຸງໃໝ່ ) ໂດຍສະເພາະໃນໝວດທີ 2 ການຂໍເຂົ້າບວດ, ມາດຕາທີ 8 ໄດ້ບຸໄວ້ວ່າ:ພຣະພິຂຸ, ສາມະເນນ, ພໍ່ຂາວ-ແມ່ຂ່າວ ທີ່ເອີ່ນວ່າ ສະມະນະເພດ ຕ້ອງຖືໜັງສືສຸດທິແທນບັດປະຈໍາຕົວ ທີ່ອອກໃຫ້ໂດຍພຣະອຸປະຊາ, ສ່ວນສັງກະຣີວັດອອກໃຫ້ໂດຍຫ້ອງການ ປກສ.
ດັ່ງນັ້ນອົງການພຣະພຸດທະສາດສະໜາສຳພນລາວ ເມືອງຊະນະສົມບູນ ຈຶ່ງໄດ້ຮ່ວມກັນເປີດກອງປະຊຸມອອກປື້ມສຳມະໂນຫົວໃໝ ແລະ ໜັງສືສົນທິໃຫ້ກັບພຣະສົງ-ສຳມະເນນທົ່ວເມືອງ ໂດຍມີວັດທັງໝົດ 96 ແຫ່ງ ໃນນັ້ນມີພຣະສົງ, ສາມະເນນ ແລະ ແມ່ຂາວທັງໝົດ 353 ອົງ. ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານການບໍລິຫານ ແລະ ການຄຸ້ມຄອງສົງ ເວົ້າສະເພາະຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ໃຫ້ໄດ້ຮັບການພັດທະນາຢ່າງເປັນລະບົບ ໂດຍພາຍໃຕ້ກອບລັດຖະທຳມະນູນປົກຄອງສົງຂອງລາວ ທີ່ກຳນົດໄວ້.
ແຫລ່ງຂ່າວ ທີ່ມຂ່າວຫ້ອງການ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ