ວັນທີ 28 ພຶດສະພາ 2018 ຜ່ານມານີ້, ທີ່ຫ້ອງປະຊຸມຂົງເຂດເສດຖະກິດ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ການພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫຼວງພະບາງ ກັບ ຂະແໜງການເສດຖະກິດຂອງເມືອງໂພນທອງ, ໂດຍມີ ທ່ານ ບຸນລ້ວນ ສິງນະຄອນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພ້ອມດ້ວຍຄະນະນຳຂອງພະແນກອຸດສາຫະກຳ ແລະ ການຄ້າ, ຕາງໜ້າຫ້ອງການ ທີ່ກ່ຽວຂ້ອງເມືອງ ແລະ ວິຊາການພາຍໃນຫ້ອງກາອຸດສາຫະກຳ ແລະ ການຄ້າເມືອງໂພນທອງ, ເຂົ້າຮ່ວມພ້ອມພຽງ.
ທ່ານ ເພັດອານົງ ວັນນະຜາສຸກ ຮອງຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງໂພນທອງ ໄດ້ລາຍງານສະພາບການພັດທະນາວຽກງານ ພ້ອມທັງຕີລາຄາການຈັດຕັ້ງປະຕິບັດ ເນື້ອໃນກອງປະຊຸມ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນການຮ່ວມມືໃນຕໍ່ໜ້າ, ພ້ອມນີ້ ຜູ່ເຂົ້າຮ່ວມໄດ້ປຶກສາຫາລືວຽກງານຮ່ວມກັນ, ທັງມີຄວາມເປັນເອກະພາບກັນ ຕໍ່ຜົນສຳເລັດໃນໄລຍະ 1 ປີ ຜ່ານມາ, ວາງທິດທາງແຜນການພົວພັນຮ່ວມມື ໃນປີ 2018 ແລະ ກົນໄກຮ່ວມມືໃນຕໍ່ໜ້າ ໃຫ້ສອດຄ້ອງກັບການພັດທະນາເສດຖະກິດຂອງເມືອງ ໃຫ້ເຂັມແຂງຮອບດ້ານ.
ຕອນທ້າຍ ທ່ານ ບຸນລ້ວນ ສິງນະຄອນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍ ຕໍ່ຜົນງານທີຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ບັນດາຂະ ແໜງການທີ່ກ່ຽວຂ້ອງ ປະສານງານຢ່າງປົກກະຕິໃນຕໍ່ໜ້າ.
ແຫລ່ງຂ່າວຈາກ: ນັກຂ່າວເມືອງໂພນທອງ
Editor: ກຳປານາດ ລັດຖະເຮົ້າ