ເມື່ອບໍ່ດົນມານີ້, ທີມງານຄະນະສົງວັດພັນໝັ່ນ ພ້ອມດ້ວຍເຈົ້າສັດທາ ອອກຕົນຍາດໂຍມຈາກນະຄອນຫລວງວຽງຈັນ ໄດ້ນຳເຄື່ອງອຸປະໂພກ, ບໍລິໂພກ ມາຊ່ວຍເຫຼືອປະຊາຊົນບ້ານສັນແຟນ ເມືອງຄຳ, ແຂວງຊຽງຂວາງ ທີ່ຫ້ອງວ່າການປົກຄອງເມືອງຄໍາ ແຂວງຊຽງຂວາງ ຢ່າງເປັນທາງການ.
ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງ ພຣະອາຈານ ທອງລີນ ສີວັນນາ ເຈົ້າອາທິການວັດພັນໝັ່ນ, ມີ ຄະນະພຣະສົງ, ຄູບາ, ມີເຈົ້າສັດທາ, ອອກຕົນຍາດໂຍມ ທີ່ມາຈາກນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບອັກຄີໄພ ໄຟໄໝ້ ບ້ານສັນແຟນ ເຂົ້າຮ່ວມ.
ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຄຳ ກໍ່ຍັງໄດ້ຂື້ນລາຍງານເຫດການດັ່ງກ່າວໄດ້ກ່າວວ່າ: ບ້ານສັນແຟນ ເປັນບ້ານໜຶ່ງທີ່ຢູ່ຫ່າງໄກຊອກລີກ ເຊີ່ງຫ່າງຈາກເທດສະບານເມືອງ 74 ກິໂລແມັດ, ປະກອບມີ 44 ຫຼັງຄາເຮືອນ ແລະ ມີພົນລະເມືອງທັງໝົດ 327 ຄົນ, ຍິງ 174 ຄົນ, ໃນເວລາ 4 ໂມງແລງຂອງວັນທີ່ 7 ພຶດສະພາ 2018 ໄດ້ເກີດມີອັກຄີໄພ ໄຟໄໝ ບ້ານສັນແຟນ ເມືອງຄຳ ອັນເຮັດໃຫ້ເຮືອນຊານບ້ານຊ່ອງ, ເຄື່ອງນຸ່ງຂອງຖືຂອງພໍ່ແມ່ປະຊາຊົນ 32 ຫຼັງຄາເຮືອນ, ຖືກເສຍຫາຍຢ່າງຫຼວງຫຼາຍ, ມີເຮືອນເປ່ເພ 15 ຫຼັງຄາ ແລະ ມີຜູ້ບາດເຈັບເຫຼັກນ້ອຍ 2 ຄົນ ລວມມູນການເສຍຫາຍໃນຄັ້ງນີ້ເຖິງ 1 ຕື້ກ່ວາກີບ.
ຈາກນັ້ນ ພຣະອາຈານ ທອງລີນ ສີວັນນາ ເຈົ້າອາທິການວັດ ພັນໝັ່ນ ໄດ້ຕາງໜ້າໃຫ້ແກ່ທີມງານໄດ້ຂື້ນກ່າວມອບເຄື່ອງ, ເຊີ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ໄດ້ປະກອບມີເຄື່ອງບໍລິໂພກ, ອຸປະໂພກ ເປັນຕົນແມ່ນນ້ຳດື່ມ, ເຄື່ອງໃຊ້ຄົວ, ຕະປູ, ສາດ ແລະ ເງິນສົດຈຳນວນໜຶ່ງ ລວມມູນຄ່າທັງໝົດ 30 ກ່ວາລ້ານກີບ. ຫຼັງຈາກນັ້ນ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກ ເມືອງເຈົ້າເມືອງໆຄຳ ກໍ່ໄດ້ຂື້ນກ່າວຮັບພ້ອມທັງສະແດງຄວາມຈອບອົກຂອບໃຈທີ່ໄດ້ໃຫ້ການຊ່ວຍ ເຫຼືອໃນຄັ້ງນີ້.
ພ້ອມດຽວກັນນັ້ນ ທາງທີມງານກໍ່ຍັງໄດ້ນຳເອົາເຄື່ອງຈຳນວນໜຶ່ງໄປຊ່ວຍເຫຼືອແກ່ຄອບຄົວ ທຸກຍາກບ້ານນາເມືອງໆ ຄຳແຂວງຊຽງຂວາງ ຕື່ມອີກ. ທັງນີ້ກໍ່ເພື່ອເປັນການແບ່ງເບົາບັນເທົາ, ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງຄົນລາວດ້ວຍ ກັນໃນການອູ້ມຊູຊຸກຍູ້ການພັດທະນາຄອບຄົວໃຫ້ໄດ້ການຂະຫຍາຍຕົວຂື້ນເທື່ອລະກ້າວ
ຂອບໃຈ ທີມຂ່າວ ເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ