ກອງປະຊຸມຄົບຄະນະ ຂອງຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2018 ຜ່ານມາ ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍ ທ່ານ ສົມດີ ແກ້ວດາລາວິນ ຮອງປະທານສະພາປະຊາຊົນແຂວງວຽງຈັນ,ປະທານຄະນະກຳມະການເສດຖະກິດ,ແຜນການ ແລະ ການເງິນ ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າບາງບັນຫາທີ່ສຳຄັນ ເປັນຕົ້ນແມ່ນຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດສະຫຼຸບປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຂອງຄະນະກຳມະການເສດຖະກິດ,ແຜນການ ແລະ ການເງິນ,ຮັບຟັງ ແລະປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 3 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018, ຮັບຟັງການລາຍງານ ຊີ້ແຈງຂອງພະແນກການທີ່ກ່ຽວຂ້ອງ ຕໍ່ກັບບັນຫາຕ່າງໆ ທີ່ໄດ້ຮັບຮອງຈາກກອງປະຊຸມສະໄໝສາມັນເທຶ່ອທີ 3, ເທຶ່ອທີ 4, ສະພາປະຊາຊົນແຂວງວຽງຈັນຊຸດທີ 1, ບາງບັນຫາທີ່ປະຊາຊົນມີຄວາມສົນໃຈ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ. ພິເສດແມ່ນການແກ້ໄຂຜົນກະທົບຈາກໂຄງການພັດທະນາຕ່າງໆ ເປັນຕົ້ນແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ, ໂຄງການກໍ່ສ້າງຊົນລະປະທານນ້ຳຕົງ 2 ຢູ່ເມືອງເຟືອງ ແລະ ບາງບັນຫາອື່ນໆ.
ທ່ານນາງ ແຖວເງິນ ຊາມຸນຕີ ຮອງປະທານຄະນະກຳມະການເສດຖະກິດ,ແຜນການ ແລະ ການເງິນ ໄດ້ກ່າວໃນຮ່າງບົດສະຫຼູບການເຄື່ອນໄຫວວຽກງານ ຂອງຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນປະຈຳປີ 2017 ແລະ ທິດທາງແຜນການປີ 2018 ວ່າ: ຜ່ານມາໄດ້ເປັນເຈົ້າການເຄື່ອນໄຫວຕາມພາລະບົດບາດ ໂດຍສະເພາະແມ່ນການຄົ້ນຄ້ວາ,ເກັບກຳຂໍ້ມູນ, ນໍາສະເໜີຄຳຄິດເຫັນກ່ຽວກັບບັນຫາທີ່ສຳຄັນຕ່າງໆຂອງຊາດ, ຂອງແຂວງ, ບັນຫາທີ່ຕິດພັນກັບຂົງເຂດເສດຖະກິດ-ການເງິນ ເພຶ່ອພິຈາລະນາ ແລະ ຕົກລົງບັນຫາສຳຄັນທີ່ຖືກຮັບຮອງເອົາໃນກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ກອງປະຊຸມຄົບຄະນະປະຈໍາສະພາປະຊາຊົນແຂວງ.
ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະມາຊິກສະພາປະຊາຊົນແຂວງວຽງຈັນຊຸດທີ 1 ແລະ ບັນດາພະແນການຂອງແຂວງເຂົ້າຮ່ວມ.
ທີມຂ່າວແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ