ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ປີ 2018 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປູກຕົ້ນໄມ້ ຂຶ້ນຢູ່ທີ່ ພູໝົກໂຈ້ນ ເຂດບ້ານນາປຸ່ງ ເມືອງຫົງສາ ໃນພິທີໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານນາງ ດາວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ, ມີ ທ່ານ ລິຂິດ ພົງພະງັນ ຕາງໜ້າ ບໍລິສັດໄຟຟ້າຫົງສາ ຈໍາກັດ, ມີຄະນະນໍາຂອງເມືອງ, ໂຄງການໄຟຟ້າຫົງສາ, ນາຍບ້ານ, ບໍລິສັດ, ລັດວິສາຫະກິດ, ນັກທຸລະກິດ, ພະນັກງານລັດຖະກອນ ແລະ ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານນາງ ດາວິນ ລາດຊະກິດ ກໍ່ໄດ້ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການເຊິ່ງທ່ານໄດ້ກ່າວວ່າ ຈຸດປະສົງ ຂອງການຈັດພິທີໃນຄັ້ງນີ້ກໍ່ແມ່ນເພື່ອເປັນການປົກປັກຮັກສາສະພາບແວດລ້ອມ, ຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້ ແລະ ແຫຼ່ງນໍ້າໃຫ້ມີຄວາມຍືນຍົງຕະຫຼອດໄປ, ເອົາໃຈໃສ່ ເຮັດໃຫ້ວຽກງານປູກຕົ້ນໄມ້ ແລະ ຟື້ນຟູປ່າໃຫ້ກາຍເປັນຄວາມຮັບຜິດຊອບຂອງຄະນະພັກອຳນາດການປົກຄອງທຸກຂັ້ນ ແລະ ທົ່ວປວງຊົນເປັນເຈົ້າການ ຕາມແຜນການຂອງເມືອງວາງອອກເຮັດໃຫ້ຄວາມປົກຫຸ້ມຂອງປ່າໄມ້ ເພີ້ມຂຶ້ນ ໃນປີ 2018 ໃຫ້ກວມ 68,58 ສ່ວນຮ້ອຍ ແລະ ໃນປີ 2020 ໃຫ້ກວມ 70 ສ່ວນຮ້ອຍ, ຂອງເນື້ອທີ່ທັງໝົດທົ່ວເມືອງ, ສະເພາະ ການປູກຕົ້ນໄມ້ໃນຄັ້ງນີ້ ປະກອບມີ ເບ້ຍໄມ້ ຝາງແດງ, ໄມ້ສຳສາ, ຕົ້ນສ້ຽວ ແລະ ເບ້ຍອື່ນໆ ມີທັງໝົດ 1.792 ເບ້ຍ, ປູກໃນຂອບເຂດພູໝົກໂຈ້ນ, ຂອບເຂດແຄມເສັ້ນທາງ ຫົງສາ - ຊຽງແມນ ແຂວງຫຼວງພະບາງ, ເຊິ່ງສະເພາະປີ 2018 ນີ້, ເມືອງຫົງສາ ຈະປູກຕົ້ນໄມ້ ໃນຂອບເຂດຕ່າງໆທົ່ວເມືອງ ໃຫ້ໄດ້ທັງ ໝົດ 70 ເຮັກຕາ, ຕະຫຼອດໄລຍະແຕ່ປີ 1993 ເປັນຕົ້ນມາຈົນເຖິງປະຈຸບັນເມືອງຫົງສາ ປູກຕົ້ນໄມ້ໄດ້ທັງໝົດ 1.936 ກວ່າເຮັກຕາ.
ພ້ອມນັ້ນ, ທ່ານນາງ ດາວວິນ ລາດຊະກິດ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມກັນອານຸລັກຮັກສາ, ເອົາໃຈໃສ່ບົວລະບັດຮັກສາຕົ້ນໄມ້ທີ່ປູກ ແລະ ຕົ້ນໄມ້ທີ່ເກີດຂຶ້ນຈາກທຳມະຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເພື່ອທົດແທນປ່າໄມ້ທີ່ຖືກທຳລາຍໄປນັ້ນກັບຄືນສູ່ສະພາບເດີມ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ແຕ່ລະກົມກອງ, ຢູ່ແຕ່ລະບ້ານ ຕະຫຼອດເຖິງຄອບຄົວ ແລະ ບຸກຄົນກໍ່ໃຫ້ມີສ່ວນຮ່ວມໃນການປູກຕົ້ນໄມ້ຢ່າງໜ້ອຍຄົນໜຶ່ງໃຫ້ປູກຕົ້ນໄມ້ໃຫ້ໄດ້ 10 ຕົ້ນຂຶ້ນໄປ.
Editor: ກຳປານາດ ລັດຖະເຮົ້າ