ໃນວັນທີ 27 ພຶດສະພາ 2018 ທີ່ຜ່ານມາ ໄດ້ສຳເລັດການຈັດງານບຸນຜ້າປ່າ ເພື່ອສ້າງກອງທຶນສົ່ງເສີມການເຜີຍແຜ່ສີລະທຳຂອງກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ໂດຍການນຳຂອງ: ຍາທ່ານໃຫຍ່ ມະຫາເວດ ມະເສໄນ ຮອງປະທານ ສູນກາງ ອົງການພຸດທະສາສະ ໜາສໍາພັນລາວ, ມີ ພຣະອາຈາຣຍ໌ໃຫຍ່ ສີທົນ ໄຊຍະວົງສອນ ຫົວຫນ້າກໍາມາທິການເຜີຍແຜ່ສິນ ລະທໍາ ແລະ ປະຕິບັດກໍາມະຖານ, ພຣະອາຈາຣຍ໌ໃຫຍ່ ອະທິປະໄຕ ໄມຕີຈິດ ຮອງຫົວຫນ້າກໍາມາທິການ (ຝ່າຍບໍລິຫານ), ພຣະອາຈາຣຍ໌ໃຫຍ່ ພຸດທະສອນ ລະຄອນຄຳ ຮອງຫົວໜ້າກໍາມາທິການ ( ຝ່າຍວິຊາການ) ພ້ອມນີ້ໄດ້ຮັບກຽດຢ່າງສູງຈາກ ການນໍາ ແລະ ຄອບຄົວການນຳ ໂດຍສະເພາະແມ່ນ ຍາປ້າບົວໄຫຼ ຈິດມະນີ ໄດ້ເດີນທາງມາເປັນປະທານ ຝ່າຍຄາຣະວາດ ໃຫ້ໃນງານຄັ້ງນີ້
ໃນງານຍັງໄດ້ໃຫ້ກຽດເຂົ້າຮ່ວມຂອງ ຍາທ່ານໃຫຍ່ ປອ.ມະຫາງອນ ດຳລົງບຸນ ປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ ແລະ ຍັງມີເຈົ້າພາບ ເຈົ້າສັດທາ ຄອບຄົວການນໍາ ພັກ-ລັດ ພໍ່ແມ່ປະຊາຊົນ ພະນັກງານ ທະຫານ ຕຳຫລວດ ພຸດທະສາສະນິກກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ງານດັ່ງກ່າວ ໄດ້ຈັດຂື້ນທີ່ວັດປ່ານາທົ່ມ ມ.ໄຊທານີ, ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 26-27 ພຶດສະພາ 2018 ຜ່ານມາ
Editor: ກຳປານາດ ລັດຖະເຮົ້າ