ເມື່ອບໍ່ດົນມານີ້ ຫ້ອງການຊັບພະຍາກອນ-ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງປະທຸມພອນ ໄດ້ຈັດກອງປະຊຸມ ມອບ-ໂອນ ໜ້າທີ່ກອງເລຂານຸການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃຫ້ກັບ ຫ້ອງການແຮງງານ-ສະຫວັດດີການ ແລະ ສັງຄົມ ເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວ ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ສະໂມສອນປົກຄອງເມືອງປະທຸມພອນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມເບັງ ໄຊຍະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆປະທຸມພອນ ທັງເປັນປະທານຊີ້ນໍາວຽກງານເລຂານຸການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ, ມີກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ 9 ກຸ່ມບ້ານ, ພ້ອມພະນັກງານວິຊາການທີ່ກຽ່ວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວິໄຊ ດາວໄຫຼ ກຳມະການພັກເມືອງ ຫົວໜ້າຫ້ອງການຊັບ ພະຍາກອນ-ທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຂື້ນຜ່ານບົດສະຫຼຸບຈັດຕັ້ງການເຄື່ອນໄຫວວຽກງານເລຂານຸການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດສົກປີ 2016-2017 ເຊິ່ງໃຫ້ຮູ້ວ່າ: ໄລຍະທີ່ຜ່ານມາໄດ້ເກິດໄພພິບັດນໍ້າຖ້ວມ ພາຍໃນ 9 ກຸ່ມ, ມີ 54 ບ້ານ,1.801 ຄອບຄົວ ທີ່ໄດ້ຮັບຜົນກະທົບ; ເນື້ອທີ່ນາປັກດຳຕົວຈິງ 5.251 ກວ່າເຮັກຕາ, ຖືກນ້ຳຖ້ວມ 2.426 ກວ່າເຮັກຕາ, ໄດ້ຮັບຄວາມເສຍຫາຍໄປ 1.070 ກວ່າເຮັກຕາ, ໜອງປາໄດ້ຮັບຜົນກະທົບ 28 ໜອງ, ເສັ້ນທາງເສຍຫາຍ 5 ພັນ 777 ແມັດ, ມີ 9 ບ້ານ ໄດ້ຮັບຜົນກະທົບໜັກຈາກເສັ້ນທາງຕັດຂາດ, ຟ້າຜ່າປະຊາຊົນ ເສຍຊິວິດ 1 ຄົນ, ເກິດອັກຄິໄຟ 6 ບ້ານ, ມີ 12 ຫຼັງຄົວເຮືອນ ລວມມູນຄ່າເສຍຫາຍ 1 ຕື້ 779 ລ້ານ 165,000 ກີບ ຈາກໄພພິບັດດັ່ງກ່າວ ຄະນະກໍາມະການປ້ອງກັນ ແລະ ຄວມຄຸມໄພພິບັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງຊ່ວຍເຫຼືອຜູ້ປະສົບໄພພິບັດ ມູນຄ່າທັງໝົດ 78 ລ້ານ485,000 ກີບ.
ພ້ອມດຽວກັນນີ້ ກອງປະຊຸມກໍ່ໄດ້ມອບ-ໂອນໜ້າທີ່ເລຂານຸການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂັ້ນເມືອງ ເຊິ່ງແຕ່ກ່ອນຫ້ອງການຊັບພະຍາກອນ-ທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບ ແລະ ໄດ້ມອບ-ໂອນວຽກງານດັ່ງກ່າວ, ໃຫ້ກັບຫ້ອງການແຮງງານ-ສະຫວັດດີການ ແລະ ສັງຄົມເມືອງ ເປັນຜູ້ປະຕິບັດໜ້າທີ່ຕໍ່ໄປ.
ໃນໂອກາດດັ່ງກ່າວ ຄະນະຜູ້ແທນກອງປະຊຸມຍັງໄດ້ມີການປືກສາຫາລືຮ່ວມກັນສ້າງກອງທືນໄພພິບັດຂື້ນ ເພື່ອເຮັດໃຫ້ການຊ່ວຍເຫຼືອສຸກເສີນ ບັນເທົາທຸກແກ່ຄອບຄົວປະຊາຊົນ ທີ່ປະສົບເຄາະຮ້າຍຈາກໄພພິບັດໄດ້ຮັບຄວາມຊ່ວຍເຫຼືອຕາມຄວາມເໝາະສົມ ແລະ ທັນສະພາບການ, ກຽມພ້ອມທຸກເງື່ອນໄຂ ເພື່ອຕອບໂຕ້ກັບໄພພິບັດທີ່ອາດເກິດຂື້ນໃນອານາຄົດອີກດ້ວຍ.
ແຫລ່ງຂ່າວທີມຂ່າວ ເມືອງປະທຸມພອນ, ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ