ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ໄດ້ແບ່ງປັນເຄື່ອງມືສຳຫຼວດ-ວັດແທກທີ່ດິນ ຄື: ກ້ອງດີຈີພີເອັດສ໌ ອາທີເຄ (DGPS+RTK) ຈຳນວນ 4 ຊຸດ, ມີມູນຄ່າຊຸດ ລະ 211 ລ້ານກວ່າກີບ, ໃຫ້ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃນ 4 ເມືອງ ຄື: ເມືອງເຟືອງ, ຊະນະຄາມ, ທຸລະຄົມ ແລະ ເມືອງກາສີ ເພຶ່ອນຳໃຊ້ເຂົ້າໃນວຽກງານການສຳຫຼວດ-ວັດແທກ, ຂຶ້ນທະບຽນທີ່ດິນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວແຂວງວຽງຈັນ ໃຫ້ມີຄວາມຖືກຕ້ອງ, ລະອຽດ ແລະ ຊັດເຈນ.
ເພຶ່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ການຄຸ້ມຄອງນຳໃຊ້, ການປົກປັກຮັກສາ ແລະ ສຳຫຼະຄ່າກ້ອງອາທີເຄ (RTK) ໃຫ້ມີຄວາມເປັນເອກະພາບກັນໃນທົ່ວແຂວງ, ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ໄດ້ອອກລະບຽບການຄຸ້ມຄອງນຳໃຊ້ ແລະ ການສຳຫຼະຄ່າກ້ອງ ອາທີເຄ (RTK) ຈຳນວນດັ່ງກ່າວຕື່ມອີກ. ພິທີມອບ-ຮັບກ້ອງອາທີເຄ (RTK) ໃຫ້ບັນດາເມືອງດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນ ຜ່ານມານີ້ ຢູ່ທີ່ພະແນກດັ່ງກ່າວ, ໂດຍມີ ທ່ານ ກອງຄຳ ອິນໄພ ຍະລາດ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂອບໃຈແຫລ່ງຂ່າວ ຈາກທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ