ຄະນະ ອະນຸກຳມະການຮັບຜິດຊອບອັກຄີໄພ, ໄຟໄໝ້ບ້ານສັນແຟນ ເມືອງຄຳ, ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ແກ່ປະຊາຊົນ ທີ່ຖືກອັກຄີໄພ, ໄຟໄໝ້ບ້ານສັນແຟນ ເມືອງຄຳ, ຂື້ນທີ່ໂຮງຮຽນປະຖົມສົມບູນ ບ້ານສັນແຟນ ເມືອງຄຳ, ແຂວງຊຽງຂວາງ ເມື່ອທ້າຍອາທິດຜ່ານມານີ້
ໂດຍພາຍໃຕ້ເຂົ້າຮ່ວມເປັນສັກຂີພີຍານຂອງ ທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ, ມີ ທ່ານນາງ ບຸນມີ ສົມພັນສຸກ ຮອງເຈົ້າເມືອງໆຄໍາ, ມີທ່ານນາງ ແສງຈັນ ວົງສຸລິດ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງຄໍາ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ມີທີມງານທີ່ ໃຫ້ການຊ່ວຍເຫຼືອ ເຊັ່ນ: ທີມງານຮອຍຍີ້ມຂອງຜູ້ໃຫ້ກຳລັງໃຈຜູ້ຮັບ, ວັດເຟີດຕິກຫວຽດນາມ-ລາວ, ວັດໂສກປາກຫຼວງ, ອົງການກາແດງລາວ ໂດຍມີ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພອນສີ ທໍ່ ເລຂາພັກກຸ່ມ-ກຸ່ມນ້ຳລ້ຽງ ກໍ່ໄດ້ຂື້ນລາຍງາຍໂດຍຫຍໍ້ໄດ້ກ່າວວ່າ: ບ້ານສັນແຟນ ໄດ້ສ້າງຕັ້ງມາແຕ່ປີ 1982 ເຊີ່ງໄດ້ຍົກຍ້າຍມາຈາກ ບ້ານຫວາຍຫົກ ເຂດລ້າງຊຽງ ເມືອງຫົວເມືອງ, ແຂວງຫົວພັນ ປະກອບມີ 44 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 327 ຄົນ, ຍີງ 174 ຄົນ, ຈາກນັ້ນ ມາໃນຕອນແລງຂອງວັນທີ່ 7 ພຶດສະພາ 2018 ຜ່ານມາເກິດອຸປະຕິເຫດອັກຄີໄພ, ໄຟໄໝ້ບ້ານຂື້ນ ເຮັດໃຫ້ເຮືອນຊານບ້ານຊ່ອງຂອງປະຊາຊົນຖືກເສຍຫາຍ ຈຳນວນ 32 ຫຼັງຄາເຮືອນ, ເປ່ເພ 12 ຫຼັງຄາເຮືອນ, ມີຜູ້ບາດເຈັບເຫຼັກນ້ອຍ 2 ຄົນ ແລະ ວັດຖຸຕ່າງໆຖືກເສຍຫາຍຫຼວງຫຼາຍ. ລວມມູນຄ່າການເສຍຫາຍໃນ ຄັ້ງນີ້ເຖິງ 1 ຕື້ກ່ວາກີບ.
ພາຍຫລັງໄດ້ຮັບຟັງການລາຍງານແລ້ວ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ກໍ່ໄດ້ຕາງໜ້າທີມງານຂື້ນກ່າວ ມອບເຄື່ອງທີ່ນໍາມາຊ່ວຍເຫຼືອໃນຄັ້ງນີ້ໃຫ້ຮູ້ວ່າ: ເຄື່ອງທີ່ນໍາມາມອບໄດ້ປະກອບມີ: ເຄື່ອງນຸ່ງຫົ່ມ, ເຂົ້າສານ, ເຄື່ອງໃຊ້ຄົວເຮືອນ, ອາຫານແຫ້ງ ແລະ ເງີນສົດຈຳນວນ 15 ລ້ານກີບ, ລວມມູນຄ່າເຄື່ອງ ແລະ ເງິນສົດ ທັງໝົດ 30 ລ້ານກ່ວາກີບ, ພ້ອມທັງກ່າວຄວາມເປັນຫ່ວງເປັນໄຍຕໍ່ເຫດການທີ່ເກີດຂື້ນ
ຫຼັງຈາກນັ້ນ ທ່ານນາງ ບຸນມີ ສົມພັນສຸກ ຮອງເຈົ້າເມືອງໆຄຳ ກໍ່ໄດ້ຂື້ນກ່າວຮັບ ແລະ ສະແດງຄວາມຂອບອົກຂອບໃຈນຳ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍທີມງານຕ່າງໆ ທີ່ໃຫ້ການຊ່ວຍເຫຼືອອູ້ມຊູ, ທັ້ງນີ້ກໍ່ເພື່ອເປັນການບັນເທົາທຸກໃຫ້ແກ່ປະຊາຊົນບ້ານສັນແຟນ ພ້ອມທັງເປັນການຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນການຕໍ່ສູ້ຊີວິດເພື່ອພັດທະນາໃນຕໍ່ ໜ້າ.
Editor: ກຳປານາດ ລັດຖະເຮົ້າ