ເພື່ອເປັນການສົ່ງເສີມການຕະຫລາດ ຜະລິດຕະພັນສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ຂອງນະຄອນຫລວງວຽງຈັນ ແລະ ປະກອບສ່ວນສົ່ງເສີມປີທ່ອງທ່ຽວລາວ 2018 ພ້ອມກັນນີ້ ຍັງເຮັດໃຫ້ບັນຍາກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2018 ໄດ້ມີຄວາມຟົດຟື້ນ ແລະ ສ້າງຈິດສໍານຶກໃຫ້ແກ່ເຍົາວະຊົນຂອງຊາດ ໃນປີທ່ອງທ່ຽວລາວ ຊົມໃຊ້ຜະລິດຕະພັນຂອງຄົນລາວໃຫ້ຫລາຍຂື້ນ ແລະ ທັງເປັນການຕ້ອນຮັບວັນເດັກນ້ອຍ ທີ່ຈະມາຮອດມາເຖິງນີ້.
ງານວາງສະແດງ ແລະ ຈໍາຫນ່າຍສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫລວງວຽງຈັນ ຈັດຂື້ນໂດຍ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຮ່ວມກັບ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ສະພາການຄ້າ ແລະ ອຸດສະຫະກໍາ ນະຄອນຫລວງ ແລະ ສູນການຄ້າລາວ-ໄອເຕັກ.
ງານວາງສະແດງ ແລະ ຈໍາຫນ່າຍສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫລວງວຽງຈັນ ແມ່ນງານຫນື່ງ ທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງ ໄດ້ຈັດຂື້ນມາຕິດຕໍ່ກັນແລ້ວ ເປັນເວລາ 4 ປີ, ແລະ ປີ 2018 ນີ້ແມ່ນເປັນປີທີ 5, ຄັ້ງທີ 5 ເຊີ່ງເປັນການຈັດຕັ້ງປະຕິບັດຕາມແຜນຍຸທະສາດຂອງພັກ-ລັດຖະບານ ກໍ່ຄືນະຄອນ ຫລວງວຽງຈັນ ໃນການຊຸກຍູ້ສົ່ງເສີມວິສາຫະກິດຂະຫນາດນ້ອຍ-ຂະຫນາດກາງ ໃຫ້ມີການພັດທະນາພູມປັນຍາທ້ອງຖິ່ນ ນັບມື້ນັບຂະຫຍາຍຕົວ ແລະ ມີຄວາມພົ້ນເດັ່ນໃນສັງຄົມ. ພ້ອມກັນນັ້ນ ຍັງເປັນການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໂອດອບ ເພື່ອໄປສູ່ການຢັ່ງຢືນຄຸນນະພາບ ແລະ ກ້າວເປັນຜະລິດຕະພັນ ທີ່ມີກາ ແບນແນມ ( Brand Name )
ສໍາລັບງານຄັ້ງນີ້, ນອກຈາກວາງສະແດງ ແລະ ຈໍາຫນ່າຍສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ຫລາຍຂະແຫນງການ ຍັງມີງານສໍາມະນາໃຫ້ແກ່ຜູ້ປະກອບການທຸລະກິດ ທີ່ໄດ້ຮັບກາຫມາຍໂອດອບ ແລະ ຫົວຫນ່ວຍຄອບຄົວຕົວແບບ ໃນຫົວຂໍ້: ການເຂົ້າຫາແຫລ່ງທຶນ ແລະ ການຕະຫລາດ. ພ້ອມກັນນັ້ນຍັງມີກິດຈະກໍາສະແດງທາງດ້ານສີລະປະວັນນະຄະດີ, ການເດີນແບບຂອງຫລານນ້ອຍ ສ້າງບັນຍາກາດມ່ວນຊື່ນໄປພ້ອມໆກັນ.
ປະຈຸບັນ ຫົວຫນ່ວຍທຸລະກິດ ໃນນະຄອນຫລວງວຽງຈັນທີ່ໄດ້ຮັບກາຫມາຍສິນຄ້າ ຫນື່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ 44 ຫົວຫນ່ວຍ, ມີ 5 ກຸ່ມຜະລິດຕະພັນ ແລະ 39 ຫົວຫນ່ວຍທຸລະກິດ, ມີຈໍານວນ 197 ຜະລິດຕະພັນ ກວມເອົາ 39 ບ້ານໃນນະຄອນຫລວງວຽງຈັນ. ປະຈຸບັນມາຮອດ 2018 ສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ( ໂອດອບ) ມີທັງໝົດ 40 ຫົວຫນ່ວຍ, ສິນຄ້າຄອບຄົວຕົວແບບ ມີຈໍານວນ 38 ຫົວຫນ່ວຍ, ທຽບໃສ່ປີ 2017 ມີ 39 ຫົວຫນ່ວຍ ( ເຫັນວ່າຫລຸດລົງ ) ສໍາລັບຫົວຫນ່ວຍທຸລະກິດທ່ອງທ່ຽວ ມີ 6 ຫົວຫນ່ວຍ. ພາຍໃນງານຍັງມີສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ຈາກຕ່າງແຂວງ 19 ຫົວຫນ່ວຍ ແລະ ສິນຄ້າຄອບຄົວຕົວແບບ ຈາກຕ່າງແຂວງເຂົ້າຮ່ວມ ໃນນັ້ນມາຈາກແຂວງໄຊຍະບູລີ, ຊຽງຂວາງ, ຫົວພັນ, ຫລວງພະບາງ, ວຽງຈັນ, ບໍລິຄໍາໄຊ, ສະຫວັນະເຂດ, ສາລະວັນ, ຈໍາປາສັກ ແລະ ເຊກອງ.
ງານດັ່ງກ່າວ ເລີ່ມມາແຕ່ວັນທີ 26 ພຶດສະພາ ໄປຈົນເຖິງວັນທີ 3 ມີຖຸນາ 2018 ສໍາລັບມື້ເປິດງານ ຢ່າງເປັນທາງການ ໄດ້ຈັດຂື້ນໃນວັນທີ 28 ພຶດສະພາ 2018 ທີ່ຜ່ານມາ ໂດຍການເຂົ້າຮ່ວມ ເປັນປະທານເປີດ ມີ ທ່ານ ແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມນີ້ ຍັງມີທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ, ທ່ານຫົວຫນ້າພະແນກ ຖວທ ນະຄອນຫລວງວຽງຈັນ., ຫົວຫນ່ວຍທຸລກິດ, ສິນຄ້າໂອດອບ, ສິນຄ້າຄອບຄົວຕົວແບບ ເຂົ້າຮ່ວມ ຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ