ໃນຕອນຄ່ຳຂອງວັນທີ 24 ພຶດສະພາ 2018 ຜ່ານມານີ້, ຢູ່ທີ່ຮ້ານອາຫານ ຫົງສາຣີສອດ ໄດ້ຈັດງານລ້ຽງພົບປະສ້າງສັນຕ້ອນຮັບການມາຢ້ຽມຍາມຂອງ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະລັດຖະ ທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄອບຄົວ ແລະ ຄະນະ. ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ພອນສະຫວັນ ໄຊສົມພັນ ຮອງເລຂາ-ຮອງເຈົ້າເມືອງຫົງສາ ພ້ອມດ້ວຍຄະນະນໍາຂອງເມືອງ, ມີກຳມະການຜູ້ຈັດການ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍຄະນະ, ມີບໍລິສັດຜູ້ຮັບເໝົາພາຍໃນໂຄງການ ແລະ ພະນັກງານບໍລິສັດ ໄຟຟ້າຫົງສາ ຈຳກັດ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານ ພອນສະຫວັນ ໄຊສົມພັນ ຮອງເຈົ້າເມືອງຫົງສາ ກໍ່ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວຂອງເມືອງຫົງສາ ແລະ ການຮ່ວມມືປະສານງານ ລະຫວ່າງ ບໍລິສັດ ໄຟຟ້າຫົງສາ ກັບ ອົງການປົກຄອງເມືອງຫົງສາ ໂດຍຫຍໍ້. ເຊິ່ງຕະຫຼອດໄລຍະຜ່ານມາ ແມ່ນໄດ້ມີສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍດ້ານ ເປັນຕົ້ນແມ່ນ: ເລື່ອງການແກ້ໄຂບັນຫາຜົນກະທົບດ້ານຕ່າງໆ, ບັນຫາສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ດ້ານການພັດທະນາເສດຖະກິດພື້ນຖານໂຄງລ່າງພາຍໃນເມືອງເປັນຕົ້ນ. ເວົ້າອີກຢ່າງ ບໍລິສັດ ໄຟຟ້າຫົງສາ ຈຳກັດ ກໍ່ໄດ້ເປັນຄອບຄົວໜຶ່ງຂອງເມືອງຫົງສາ ແລະ ທ່ານຍັງກ່າວດ້ວຍຄວາມເຊື້ອໝັ້ນວ່າ: ບໍລິສັດ ໄຟຟ້າຫົງສາ ຈຳກັດ ແລະ ເມືອງຫົງສາ ຈະໄດ້ພ້ອມກັນພັດທະນາເມືອງຫົງສາ ໃຫ້ເປັນເມືອງຕົວແບບດ້ານໃດໜຶ່ງຂອງ ສປປ ລາວ ໃນຕໍ່ໜ້າ.
ຈຸດປະສົງຂອງການມາຢ້ຽມຍາມຄັ້ງນີ້, ກໍ່ເພື່ອຮ່ວມແລກປ່ຽນແນວຄວາມຄິດ, ສຳຫຼວດສັກກາຍະພາບ ແລະ ເສັ້ນທາງການຄ້າ, ການລົງທຶນ, ການທ່ອງທ່ຽວ, ແນວທາງໃນການແກ້ໄຂບັນຫາຄວາມທ້າທາຍ ແລະ ອຸປະສັກຕ່າງໆຕາມເສັ້ນທາງ ນະຄອນຫຼວງວຽງຈັນ ຫາ ກຸງເທບມະຫານະຄອນ ຫາ ແຂວງນ່ານ ຫາ ແຂວງໄຊຍະບູລີ ແລະ ຫາແຂວງຫຼວງພະບາງ. ພ້ອມນີ້, ອຳນາດການປົກຄອງເມືອງຫົງສາ ແລະ ທ່ານ ເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ກໍ່ໄດ້ມອບຂອງຂວັນທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ