ການນຳເມືອງບົວລະພາ ໄດ້ ລົງເຄື່ອນໄຫວ ພົບປະຢຽ້ມຢາມ ຖາມຂ່າວພໍ່ແມ່ ປະຊາຊົນ ບ້ານຫຍ້າຫວາຍ ເມືອງບົວລະພາ, ແຂວງຄໍາມ່ວນ ໂດຍ ການນຳພາຂອງ ທ່ານ ຄຳເພົ່າ ທອງເທພາຮັກ ເຈົ້າເມືອງໆບົວລະພາ ພ້ອມດ້ວຍ ບັນດາຫົວໜ້າຫ້ອງ ຮອງຫົວຫ້ອງການ ພະນັກງານ ວິຊາການ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບໃນຄັ້ງນີ້ ມີບັນດາ ອຳນາດການປົກຄອງບ້ານ, ບໍ່ແມ່ປະຊາຊົນພາຍໃນບ້ານຫຍ້າຫວາຍ ໃຫ້ການຕ້ອນຮັບຢ່າງພ້ອມພຽງ.
ການລົງພົບປະຢຽ້ມຢາມຖາມຂ່າວ ພໍ່ແມ່ ປະຊາຊົນໃນຄັ້ງນີ້ ທ່ານ ຄໍາເພົ່າ ທອງເທພາຮັກ ເຈົ້າເມືອງ ເມືອງບົວລະພາ ກໍ່ໄດ້ ໂອລົມ ເບື້ອງຕົ້ນທ່ານ ກໍ່ຍໍຊົມເຊີຍ ຕໍ່ກັບ ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານ ທີ່ໄດ້ໃຫ້ການຕ້ອນຮັບ ການລົງພົບປະໂອ້ລົມ ແລະ ຢ້ຽມຢາມຖາມຂ່າວໃນຄັ້ງນີ້ ພ້ອມກັນນັ້ນ ທ່ານຍັງໄດ້ ຮຽກຮ້ອງໃຫ້ບັນດາການຈັດຕັ້ງ ທຸກພາກສ່ວນຕະຫຼອດຮອດ ພໍ່ແມ່ ປະຊາຊົນ ຊ່ວຍກັນເປັນເຈົ້າການ ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເປັນຕົ້ນແມ່ນ ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ ເພື່ອສະກັດກັ້ນ ກຸ່ມຄົນບໍ່ຫວັງດີ ສວຍໂອກາດ ຂີ່ລັກງັກແງະ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ ພ້ອມກັນນັ້ນກໍ່ຕ້ອງ ສ້າງສາສ້ອມແປງສະຖານທີ່ຕ່າງໆ ເປັນຕົ້ນແມ່ນໂຮງຮຽນ, ໂຮງໜໍ, ວັດວາອາລາມ ແລະ ຮັກສາຄວາມສາອາດ ຕາມເດີນບ້ານ ພາຍໃນບ້ານ ເພື່ອຫຼີກລ້ຽງພະຍາດຕ່າງໆທີ່ອາດເກີດຂື້ນ, ພ້ອມກັນນັ້ນກໍ່ຕ້ອງໄດ້ເພີ້ມທະວີ ຄວາມສາມະຄີປອງດອງເຊິ່ງກັນ ແລະ ກັນຫວ່າງການຈັດຕັ້ງ ບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເພື່ອຕໍ່ສູ້ຕ້ານກັບທຸກປະກົດການຫຍໍ້ທໍ່ ຕ່າງໆທີ່ອາດຈະເກີດຂື້ນໃນສັງຄົມ. ການລົງພົບປະຢຽ້ມຢາມຖາມຂ່າວພໍ່ແມ່ປະຊາຊົນ ຂອງທ່ານ ເຈົ້າເມືອງ ໃນຄັ້ງນີ້ ຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອ ເປັນຕົ້ນແມ່ນ ເຄື່ອງນຸ່ງຫົ່ມ ແລະ ອາຫານຈຳນວນໜື່ງ ລວມມູມຄ່າກວ່າ 4 ລ້ານກີບ ມາມອບໃຫ້ກັບ ການຈັດຕັ້ງບ້ານ ແລະ ພໍ່ແມ່ ປະຊາຊົນ ພາຍໃນບ້ານດັ່ງກ່າວ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ