ເມື່ອວັນທີ 23 ພຶດສະພາ 2018 ຜ່ານມາ ສູນປິ່ນປົວຕາ ໄດ້ຮ່ວມກັບມູນນິທິ ເຟຣດໂຮໂລ ແຫ່ງປະເທດອົດສະຕາລີ ປະຈໍາ ສປປ ລາວ, ໄດ້ສ້າງກິດຈະກໍາເພື່ອສັງຄົມ ໂດຍເປີດໃຫ້ບໍລິການປີ່ນປົວ. ກວດ ແລະ ຜ່າຕັດຕໍ້ກະຈົກຕາ ໂດຍບໍ່ເສຍຄ່າ ຂື້ນທີ່ສະໂມສອນດອກປິກໄກ່ ຫລັກ 8 ຖະຫນົນທ່າເດືອ ນະຄອນຫລວງວຽງຈັນ. ການໃຫ້ບໍລິການກວດສຸຂະພາບຕາ ດັ່ງກ່າວ ເພື່ອເປັນການຊ່ວຍເຫລືອແກ່ຜູ້ທີ່ມີບັນຫາດ້ານສາຍຕາ ໂດຍສະເພາະ ພົບເຫັນຫລາຍໃນຜູ້ທີ່ມີອາຍຸ ນັບແຕ່ 50 ປີ ຂື້ນໄປ. ແລະ ມີສ່ວນຫນ້ອຍ ທີ່ພົບເຫັນໃນຜູ້ທີ່ມີອາຍຸຕໍ່າກວ່າ 50 ປີລົງມາ. ຕໍ້ກະຈົກຕາ ໂ້າບໍໄດ້ຮັບການປີ່ນປົວທັນທີ ຈະເປັນສາຍເຫດເຮັດໃຫ້ຕາບອດ ແລະ ສົ່ງຜົນກະທົບຕໍ່ການດໍາລົງຊີວິດໃນປະຈໍາວັນ, ສາເຫດທີ່ວ່າມານັ້ນ ສາມາດປ້ອງກັນ ຫລື ຫລີກລ້ຽງບໍ່ໃຫ້ຕາບອດໄດ້ ໂດຍໄດ້ຮັບການປີ່ນປົວໃນໄລຍະເລີ່ມຕົ້ນ. ການຮ່ວມມື ລະຫວ່າງ ສູນປີ່ນປົວສຸຂະພາບຕາ ແລະ ມູນນິທິ ເຟຣດໂຮໂລ ໃນການໃຫ້ບໍລິການປີ່ນປົວ, ກວດ ແລະ ຜ່າຕັດຕໍ້ກະຈົກຕາ ແກ່ພໍ່ແມ່ປະຊາຊົນຜູ້ສູງອາຍຸ ເປັນອີກຫນຶ່ງກິດຈະກໍາ ຊ່ວຍເຫລືອສັງຄົມ ທີ່ໃຫ້ຄວາມສໍາຄັນແກ່ຜູ້ທີ່ມີບັນຫາດ້ານສາຍຕາ ໄດ້ພົບແສງສະຫວ່າງຄືນໃຫມ່ ເພາະດວງຕາ ເປັນອະໄວຍະວະ ທີ່ມີຄວາມສໍາຄັນ ກໍ່ວ່າໄດ້. ພ້ອມກັນນີ້ ຍັງເປັນການສະເຫລີມສະຫລອງ ຄົບຮອບ 10 ປີ ຂອງມູນນິທິເຟຣດໂຮໂລ ເຊີ່ງເປັນອົງການເພື່ອການພັດທະນາສາກົນ ທີ່ເຮັດວຽກເພື່ອຫລຸດຜ່ອນບັນຫາຕາບອດ ທີ່ສາມາດຫລີກລ້ຽງໄດ້ ໃນທົ່ວໂລກ. ສະເພາະຢູ່ໃນ ສປປ ລາວ ມູນນິທິ ເຟຣດໂຮໂລ ໄດ້ເຄື່ອນໄຫວເຮັດວຽກ ຢູ່ໃນ 10 ແຂວງ ຄື: ແຂວງຜົ່ງສາລີ, ຫລວງນໍ້າທາ. ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ແຂວງຫລວງພະບາງ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ. ໃນປີ 2017 ຜ່ານມາ ມູນນິທິ ເຟຣດໂຮໂລ ໄດ້ໃຫ້ການຊ່ວຍເຫລືອຜ່າຕັດຜູ້ທີ່ເປັນຕໍ້ກະຈົກ ໄດ້ຫລາຍກວ່າ 3 ພັນກວ່າຄົນ, ແລະ ຍັງໄດ້ຮັກສາປິ່ນປົວຜູ້ທີ່ມີບັນຫາດ້ານສາຍຕາ ຈໍານວຍຫລວງຫລາຍ ເກືອບ 5 ຫມືນຄົນ, ໃນນັ້ນເພດຍິງ 1 ຫມື່ນ 8 ພັນ 5 ຮ້ອຍກວ່າກໍລະນີ, ເພດຊາຍ 1 ຫມື່ນ 8 ພັນ 8 ຮ້ອຍ ກວ່າກໍລະນີ. ແລະ ຍັງມີເດັກນ້ອຍ ຫລາຍກວ່າ 3 ພັນກວ່າກໍລະນີ.
Editor: ກຳປານາດ ລັດຖະເຮົ້າ