ໃນວັນທີ 25 ພຶດສະພາ 2018 ທີ່ຜ່ານມາ, ທີ່ໂຮງແຮມແລນມາກ ດີເວີໄຊ ທີ່ນະຄອນຫລວງວຽງຈັນ ອົງກອນເຊື່ອມໂຍງທາງທຸລະກິດສາກົນ ຫລື ບີໄນ ( BNI ) ຫຍໍ້ມາຈາກ Business Network International ແມ່ນໄດ້ຈັດພິທີເປີດໂຕ BNI Professional Chapter ຂື້ນຢ່າງເປັນທາງການ, ເຊິ່ງໃນພິທີໃຫ້ກຽດເຂົ້າຮ່ວມ ມີ ທ່ານ ຢາສ ວັນ ປັນເດ ກົງສູນໃຫຍ່ປະເທດສິລັງກາ ປະຈໍາ ສປປ ລາວ, ມີ ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີ ທ່ານ ມາຮັສ MAC Srinivasan BNI Asia-Pacific President, ມີ ທ່ານນາງ ພິມພອນ ດວງສະຫວັນ ຜູ້ກໍ່ຕັ້ງ ບີໄນ ໃນ ສປປ ລາວ ຮ່ວມເປັນປະທານ.
ບີໄນ ຫຍໍ້ມາຈາກ Business Network International ເປັນອົງກອນເຊື່ອມໂຍງທູລະກິດສາກົນ ທີ່ໃຫຍ່ທີ່ສຸດ ແລະ ໄດ້ຮັບຜົນສໍາເລັດຫລາຍທີ່ສຸດໃນໂລກໃນປະຈຸບັນ. ເປົ້າຫມາຍຂອງ ບີໄນ ແມ່ນຊ່ວຍເຫລືອບັນດາທຸລະກິດຂະຫນາດກາງ ແລະ ຂະຫນາດນ້ອຍ ເພື່ອເສີມຂະຫຍາຍທຸລະກິດ, ເພີ່ມກາລະໂອກາດແລກປ່ຽນທາງດ້ານການຄ້າ ໃນບັນຍາກາດແວດລ້ອມທີ່ເປັນມິດ ແລະ ເຕັມໄປດ້ວຍການຊ່ວຍເຫລືອ ເຊີ່ງກັນ ແລະ ກັນ.
ບີໄນ ແມ່ນເປັນອົງກອນ ຫນຶ່ງດຽວ ທີ່ມີລະບົບຂະບວນການ ແລະ ສາມາດປະເມີນຜົນສໍາເລັດໄດ້ ດ້ວຍໂອກາດທາງທຸລະກິດ ແລະ ຕົວເລກສະຖິຕິ ທີ່ທາງສະມາຊິກໄດ້ມອບໃຫ້ກັນ, ປະຈຸບັນ ບີໄນ ມີຫລາຍກວ່າ 75 ປະເທດໃນທົ່ວໂລກ ແລະ ມີເຖິງ 8,422 Chapter ມີສະມາຊິກທີ່ເປັນເຈົ້າຂອງທຸລະກິດຫລາຍກວ່າ 234,500 ສະມາຊິກ, ໂດຍມີ 10,8 ລ້ານ ການແນະນໍາໂອກາດທາງທຸລະກິດ. ສ້າງມູນຄ່າ ເຖິງ 14 ພັນ 300 ລ້ານໂດລ້າສະຫາລັດ ທີ່ບັນດາສະມາຊິກໄດ້ມີການເຊື່ອມໂຍງທຸລະກິດ ລະຫວ່າງກັນ. BNI Professional ແມ່ນເປັນ Chapter ທີ 2 ຂອງ ບີໄນ ໃນປະເທດລາວ, ເຊີ່ງຈະເປັນສ່ວນຫນື່ງໃນການປະກອບສ່ວນເຂົ້າຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ກ້າວໄປສູ່ລະດັບສາກົນ ໃນອະນາຄົດຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ