ວັນທີ 25 ພຶດສະ 2018 ໄດ້ມີພິທີວາງສີລາລຶກການກໍ່ສ້າງໂຮງໝໍກະເສມຣາດ ອິນເຕີເນຊັ່ນແນລ ວຽງຈັນ ຢ່າງເປັນທາງການ ຢູ່ທີ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ(ເສັ້ນທາງຕັດໃຫມ່ ດອນນົກຂຸ້ມ-ເສັ້ນທາງກໍາແພງເມືອງ) ໂດຍມີ ພະອາຈານມະຫາງ່ອນ ດໍາລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ, ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ; ພ້ອມນີຍັງມີຮອງລັດຖະມົນຕີ ກະຊວງ, ອົງການແນວລາວສ້າງຊາດ, ຄະນະຜູ້ອໍານວຍການບໍລິສັດຜູ້ລົງທຶນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງຫຼວງຫຼາຍ.
ໂຮງໝໍ ກະເສດຣາດອິນເຕີເນຊັ່ນແນລວຽງຈັນ ເປັນການລົງທຶນຮ່ວມກັນ ລະຫວ່າງ ບໍລິສັດບາງກອກ ເຊັນ ຮ໊ອສປີໂຕ ມະຫາຊົນ (ຈາກປະເທດໄທ) ແລະ ນັກທຸລະກິດ ຊາວລາວ ຄື: ທ່ານນາງ ວາລີ ເວດສະພົງ ຮອງປະທານການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິ່ງເຮັດທຸລະກິດໃນຫຼາຍຂະ ແໜງການ ໂດຍສະເພາະດ້ານການຢາ ແລະ ຄລີກນິກ. ໂຮງໝໍກະເສມຣາດ ອິນເຕີເນຊັ່ນແນລວຽງຈັນ ສ້າງຂຶ້ນໃນເນື້ອທີ 1,92 ເຮັກຕາ ມີຂະໜາດ 254 ຕຽງ 38 ຫ້ອງກວດ ດ້ວຍທຶນຈົດທະບຽນຫຼາຍເຖິງ120 ຕື້ກີບ ຫລື ປະມານ 15 ລ້ານໂດລາສະຫະລັດ. ການກໍ່ສ້າງຈະໃຫ້ສໍາເລັດ ແລະ ເປີດບໍລິການໄດ້ ໃນປີ 2020 ຊິ່ງຈະມີ 110 ຕຽງ, ທັງຫ້ອງມາດຕະຖານ, ວີໄອພິ ແລະ ຕຽງສຸກເສີນ. ບໍລິສັດຜູ້ລົງທຶນມີຄວາມມຸ່ງໝັ້ນ ທີ່ຈະຖ່າຍທອດເທັກໂນໂລຊີ ດ້ວຍມາດຕະຖານລະດັບສາກົນ, ລະບົບບໍລິຫານຈັດການໂຮງໝໍ. ມີເຄື່ອງມືແລະອຸປະກອນທີ່ທັນສະໄຫມ ພ້ອມບຸກຄະລາກອນການແພດທີ່ຊ່ຽວຊານສະເພາະດ້ານ, ເພື່ອເຮັດໃຫ້ໂຮງໝໍກະເສມຣາດວຽງຈັນ ກາຍເປັນໂຮງໝໍທີ່ດີທີ່ສຸດ. ຈະເປັນໂຮງໝໍເອກະຊົນລະດັບສາກົນຢູ່ນະຄອນຫລວງວຽງຈັນ ຕາມຂໍ້ມູນໃຫ້ຮູ້ກ່ອນໜ້ານີ້ ທ່ານ ສະເຫລີມ ຫານພານິດ ປະທານບໍລິຫານໂຮງໝໍກະເສມຣາດ ອິນເຕີເນເຊີນ ແນລວຽງຈັນ ແລະ ທ່ານນາງ ວາລີ ເວດສະພົງ ຮອງອຳນວຍການໂຮງໝໍ ດັ່ງກ່າວ ໄດ້ໃຫ້ຮູ້ກ່ອນຫນ້ານີ້ວ່າ: ໂຄງການນີ້ແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ມີມູນຄ່າການກໍ່ສ້າງທັງໝົດປະມານ 60 ລ້ານໂດລາສະຫະລັດ ຫລື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫລັງ, ສູງ 7-12 ຊັ້ນ, ມີ 38 ຫ້ອງກວດ 254 ຕຽງນອນ, ມີຫໍພັກຂອງຄະນະແພດ, ຮ້ານອາຫານ ແລະ ສະຖານທີ່ຈອດລົດ 500 ຄັນ.
Editor: ກຳປານາດ ລັດຖະເຮົ້າ