ພິທີປກາດການແຍກບ້ານນາເມືອງ ອອກເປັນສອງບ້ານ ຄຶ:ບ້ານນາເມືອງ ແລະ ບ້ານຈະອ່າຍ ມີຂື້ນຢ່າງເປັນທາງການເມື່ອບໍ່ດົນມານີ້ ທີ່ຄຸ້ມຈະອ່າຍ, ພາຍໃຕ້ການເປັນປະທານຂອງ ທ່ານ ເພັດໄຊ ວິໄລທອງ ກໍາມະການພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືຶງຊໍາໃຕ້ ພ້ອມດ້ວຍຫ້ອງການທີກຽ່ວຂ້ອງຂອງເມືອງ ແລະ ເລຂາຄະນະພັກກຸ່ມບ້ານ, ນາຍບ້ານກຸມບ້ານໜອງຄໍາ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານຈະອ່າຍເຂົ້າຮ່ວມຢາງພ້ອມພຽງ
ໃນພີທີ ທ່ານ ສອນໄຊ ສານວັນທາ ຮອງຫົວໜ້າຫ້ອງການພາຍໃນເມືອງຊໍາໃຕ້ ຂື້ນຜ່ານຂໍ້ຕົກລົງ ສະບັບເລກທີ 531/ຈຂ, ລົງວັນທີ 10 ເມສາ 2018 ວ່າດ້ວຍການແຍກບ້ານ ແລະ ສ້າງຕັ້ງບ້ານໃໝ່ຄື: ບ້ານນາເມືອງ ແລະ ບ້ານຈະອ່າຍ ກຸ່ມບ້ານໜອງຄໍາ. ຄຸ້ມຈະອ່າຍໃນເມືອກອ່ນກໍ່ເປັນບ້ານໝື່ງທີ່ມີຊື້ວ່າບ້ານຫວຍຕັບ ແຕ່ເຫັນວ່າຄອບຄົວມີໜ້ອຍພົບຄວາມຫ້ຍຸງຍາກຫຼາຍຢ່າງ ຈີ່ງພາກັນຍົກຍ້າຍໄປຢູ່ບ້ານອືນໝົດ, ມາຮອດປີ 2002 ເຂົ້າເຈົ້າໄດ້ເຕົ້າໂຮມກັນອີກ ໄດ້ປຸກຕັ້ງເຮືອນຂື້ນຫຼາຍຫຼັງຈີງກາຍເປັນຄຸ້ມຈະອ່າຍ ທີ່ຂື້ນກັບບ້ານນາເມືອງ ກຸ່ມບ້ານໜອງຄໍາ ເຖີ່ງປະຈຸບັນນີ້,ແຕ່ເຫັນໄດວ່າໃນການເຕົ້າໂຮມ,ຮ່ວມຊີວິດພາຍໃນບ້ານ, ການໄປມາຫາສູ້ກັນພົບຄວາມຫຸຍງຍາກເນືອງຈາກບ້ານດັ່ງກ່າວຢູ່ຫ່າງກັນຫຼາຍ, ດັ່ງນັ້ນ ມາໃນວັນທີ 22 ພຶດສະພາ ປີ 2018 ນີ້ ໄດ້ຈັດພິທີປະກາດແຍກບ້ານຈະອ່າຍ ອອກຈາກບ້ານນາເມືອງເປັນບ້ານເອກະລາດ ຂື້ນກັບເມືອງເປັນບ້ານທີ 93 ຂອງເມືອງຊໍາໃຕ້, ບ້ານຈະອ່າຍ ມີ 40 ຄອບຄົວ ,ພົນລະເມືອງ 321 ຄົນ, ຍິງ 161 ຄົນ, ເຊີ່ງເປັນຊົນເຜົ່າມົ້ງ ຖືສາດສະໜາຜີ 100%,
ຕ້ອນທ້າຍພິທີ ທ່ານ ເພັດໄຊ ວິໄລທອງ ຫົວໜ້າຄະນະຈັດຕັ້ງເມືຶອງ ຍັງໄດ້ຍ້ອງຍໍ້ຊົມເຊີຍຜົນງານທີ່ດີເດັ່ນ ປະຊາຊົນບ້ານຈະອ່າຍຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້: ເໜັ່ນໜັກກ່ຽວກັບການເຕົ້າໂຮມຄວາມສາມັກຄີ ຊ້ວຍເຫຼືອເຊີ່ງກັນ ແລະ ກັນ, ພາຍໃນບ້ານ, ໃຫ້ອໍານາດການປົກຄອງບ້ານນໍາພາປະຊາຊົນ ໃຫ້ມີຊີວິດການເປັນຢູ່ດີຂື້ນກວ່າເກົ່າ ນັບມື້ນັບພັດທະນາຂື້ນເລື້ຍໆ
ແຫລ່ງຂ່າວທີມຂ່າວ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ
{gallery}News/sbd/2018/05/25/sbd-06{/gallery}