ເພື່ອຈັດຕັ້ງປະຕິບັດ ດໍາລັດສະບັບນີ້ ຢ່າງເຂັ້ມງວດ ແລະ ຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ ດັ່ງນັ້ນ ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີເຜີຍແຜ່ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການບັນເທີງ ໃນຂອບເຂດທົ່ວປະເທດ ຂື້ນ ຢູ່ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ເຄນ ລໍມະນີ ຫົວໜ້າພະແນກ ຖວທ ແຂວງບໍລິຄໍາໄຊ, ມີພະແນກການ, ອົງການ, ພາກສ່ວນທີ່ກ່ຽວຂ້ອງ,ບັນດາເມືອງ 7 ຕົວເມືອງ,ຫ້ອງການ ຖວທ ເມືອງ ແລະ ຜູ້ປະກອບການດຳເນີນທຸລະກິດ ຮ້ານອາຫານບັນເທີງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ
ໃນພິທີ ທ່ານ ໄຊສົມບັດ ບຸນນະຜົນ ຮອງກົມຄຸ້ມຄອງການທ່ອງທ່ຽວ ກະຊວງ ຖວທ ໄດ້ຂື້ນເຜີຍແຜ່ ດຳລັດ ຂອງລັດຖະມົນຕີ ເລກທີ 315 /ລບ ລົງວັນທີ 2 ຕຸລາ 2017 ວ່າດ້ວຍການບັນເທີງ ສຳລັບດຳລັດສະບັບນີ້ ມີທັງໝົດ 10 ໝວດ, 53 ມາດຕາ ຈຸດປະສົງກໍ່ເພື່ອເປັນການ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາທຸລະກິດ ບໍລິການບັນເທີງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ໄດ້ມາດຕະຖານ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ທັງນີ້ ກໍ່ເພື່ອແນໃສ່ອະນຸລັກ ປົກປັກຮັກສາ, ໂຄສະນາ ສົ່ງເສີມສີລະປະວັດທະນະທຳ ຮິດຄອງປະເພນີ ອັນດີງາມຂອງຊາດ ໃຫ້ມີຄວາມຍືນຍົງ ແລະ ຂະຫຍາຍຕົວສູ່ສາກົນ
Editor: ກຳປານາດ ລັດຖະເຮົ້າ