ໃນຕອນແລງ ຂອງວັນທີ 21 ພຶດສະພາ 2018 ຜ່ານມານີ້ ຫ້ອງການກະສິກຳ ແລະ ປາໄມ້ເມືອງຊຳໃຕ້ ໄດ້ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຳໃຕ້ ຈັດພິທີທຳລາຍຊີ້ນສັດ ທີ່ນຳເຂົ້າບໍ່ຖືກຕ້ອງ ເຊີ່ງເຂົ້າຮ່ວມມີ, ທ່ານ ບຸນລຽງ ຮອງຫົວໜ້າສະມາຄົມ ຂ້າສັດຕະຫຼາດເມືອງຊໍາໃຕ້, ທ່ານນາງ ໄມເມືອງ ແສນບຸນມີ ວິຊາການຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຳໃຕ້ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານນາງ ພວງສອນ ພວງສາຕິ ຫົວໜ້າໜ່ວຍງານ ລ້ຽງສັດ ແລະ ການປະມົງ ຫ້ອງການກະສິກຳ ແລະ ປາໄມ້ເມືອງຊຳໃຕ້ ລາຍງານວ່າ: ການທໍາລາຍຊີ້ນສັດທີ່ນໍາເຂົ້າບໍ່ຖືກຕ້ອງໃນ ຄັ້ງນີ້ ລວມທັງໝົດ 70 ກິໂລກຼາມ, ລວມມູນຄ່າທັງໝົດປະມານ 4 ລ້ານກີບ, ໃນນັ້ນ ຊີ້ນໝູພັນ 50 ກິໂລກຼາມ ແລະ ຊື້ນງົວ 20 ກິໂລກຼາມ, ເຊີ່ງຊີ້ນຈໍານວນດັ່ງກ່າວ ທາງເຈົ້່າໜ້າທີ່ດ່ານປະເພນີພຽງເຜືອ ກວດພົບ ແລະ ຍຶດໄດ້ຈາກ ນາງ ເລທິມາຍ ແມ່ຄ້າ ຊາວຫວຽດນາມ ໃນຄັ້ງວັນທີ 17 ພຶດສະພາ 2018 ຜ່ານການກວດກາເຫັນວ່າຊີ້ນ ຈໍານວນດັ່ງກ່າວ ນໍາເຂົ້າບໍ່ຖືກຕ້ອງ ສະນັ້ນເຈົ້າໜ້າທີ່ ຈີ່ງຍຶດ ແລະ ເອົາມາທຳລາຍ. ທັ້ງນີ້ກໍ່ເພື່ອເປັນການສະກັດກັ້ນການນຳເຂົ້າສີນຄ້າທີ່ບໍ່ຖືກຕ້ອງ ແລະ ເພື່ອເປັນການສົ່ງເສີມໃຫ້ສີນຄ້າພາຍໃນມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບເພື່ອຕອບສະໜອງກັບການບໍລິໂພກຂອງລູກຄ້ານັບມື້ດີຂື້ນ.
ຂ່າວພາບ: ຫ້ອງການຖະແຫຼງຂ່າວເມືອງຊຳໃຕ້
Editor: ກຳປານາດ ລັດຖະເຮົ້າ